(ພາບ: vov.vn)
(vovworld)- ໃນຄຳກ່າວປະໃສຫຼ້າສຸດກ່ຽວຂ້ອງເຖິງແຜນການຄວບຄຸມ ແລະ ຍຸບເລິກສາງອາວຸດເຄມີ ຕາມຂໍ້ຕົກລົງຮ່ວມລັດເຊຍ-ອາເມລິກາ ຫວ່າງແລ້ວນີ້, ປະທານາ ທິບໍດີຊີຣີ Bashar al Assad ຢືນຢັນວ່າ: ລັດຖະບານປະເທດນີ້ ຈະອະນຸຍາດໃຫ້ຜູ້ຊ່ຽວຊານຕ່າງປະເທດສຳພັດກັບບັນດາສະຖານທີ່ບັນຈຸອາວຸດເຄມີ ຖ້າຫາກວ່າກຳລັງລຸກຮຶ້ນຂຶ້ນບໍ່ຊອກຫາວິທີກີດຂວາງ. ຕອບສຳພາດຕໍ່ນັກຂ່າວໂທລະພາບແຫ່ງຊາດຈີນ ເມື່ອວັນທີ 23/9, ປະທານາທິບໍດີຊີຣີ Bashar al Assad ໃຫ້ຄຳໝັ້ນສັນຍາວ່າ: Damacus ຈະມານະພະຍາຍາມປະຕິບັດຂໍ້ຕົກລົງລະຫວ່າງ ລັດເຊຍ-ອາເມລິກາ ເພື່ອແນໃສ່ມອບສົ່ງອາວຸດເຄມີໃຫ້ປະຊາຄົມໂລກຄວບຄຸມ ພາຍຫຼັງໄດ້ສົ່ງບັນຊີລາຍຊື່ບັນດາອາວຸດເຄມີໃຫ້ແກ່ອົງການສາກົນຄວບຄຸມສະເພາະອາວຸດນີ້. ຕາມທ່ານແລ້ວ, ລັດຖະບານຊີຣີ ຈະບໍ່ປະສົບກັບບັນຫາໃດໆ ເມື່ອສົ່ງບັນດາຜູ້ຊ່ຽວຊານໄປເຖິງສະຖານທີ່ຕ່າງໆບັນຈຸອາວຸເຄມີ ແຕ່ຢູ່ບາງສະຖານທີ່ອາດຈະປະສົບກັບຄວາມຫຍູ້ງຍາກຍ້ອນພວມເກີດການປະທະກັນ ຫລືຍ້ອນການມີໜ້າຂອງຝ່າຍຄ້ານ.
ເມື່ອເຕື້ອງເຖິງຮ່າງມະຕິໂດຍອັງກິດ, ຝະລັ່ງ ແລະ ອາເມລິກາ ຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຕັ້ງສາງອາວຸດເຄມີຂອງຊີຣີ ພາຍໃຕ້ການຄວບຄຸມຂອງວົງຄະນາຍາດສາກົນ, ປະທານາທິບໍດີຊີຣີ Bashar al Assad ຖືວ່າ: ບັນດາປະເທດຝ່າຍຕາເວັນຕົກພວມຢາກສວມບົດບາດໃນການຕໍ່ຕ້ານຕ້ານຊີຣີ.