ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກກວ່າ 36,6 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 36.735.500 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.066.312 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 09 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 36.735.500 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.066.312 ຄົນ. ຈຳນວນກໍລະນີຕິດໃໝ່ສືບຕໍ່ເພີ່ມຂຶ້ນຢູ່ຫຼາຍປະເທດ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ 7.831.490 ຄົນ, ມີຜູ້ເສຍຊີວິດ 217.661 ຄົນ. ຫຼາຍອັນດັບທີ 2 ແມ່ນ ອິນເດຍ, ຖັດຈາກນັ້ນແມ່ນ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ