ຜັນຂະຫຍາຍບັນດາໂຄງການ, ຍຸດທະສາດພັດທະ ນາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ

ຜັນຂະຫຍາຍບັນດາໂຄງການ, ຍຸດທະສາດພັດທະ ນາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ - ảnh 1
(ພາບປະກອບ)

(vovworld) - ຜັນ​ຂະຫຍາຍ​ບັນດາ​​ໂຄງການ,​ຍຸດ​ທະ​ສາດ​ພັດທະນາ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ ​ແມ່ນ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ແຜນການ 6 ​ເດືອນ ທ້າຍ​ປີ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ, ​ໃນ​ກອງ​ປະຊຸມ​ສະຫຼຸບ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ແຜນການ 6 ​ເດືອນທ້າຍ​ປີ 2013, ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 10/07. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິນ​ກວາງ ​ເນັ້ນ​ໜັກ​ວ່າ: ​ເພື່ອຍູ້​ແຮງການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ​ໃນ​ໄລຍະ​ຍູ້​ແຮງ​ກິດຈະການ​ປ່ຽນ​ໃໝ່ຢ່າງຮອບດ້ານ, ສ້າງ​ພື້ນຖານ​ຮອດ​ປີ 2020 ​ຫວຽດນາມ ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ທັນ​ສະ​ໄໝ​​ໂດຍ​ພື້ນຖານ, ນີ້ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ທົ່ວ​ຂະ​​ແໜງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ. ທ່ານ​ລັດຖະມົນຕີ ຫງວຽນ​ມິນ​ກວາງ ສະ​ເໜີ​ວ່າ ​ໃນ 6 ​ເດືອນ​ທ້າຍ​ປີ, ບັນດາ​ຫົວໜ່ວຍ​ສັງກັດ​ກະຊວງ ຕ້ອງ​ຊຸສຸມ​ໃສ່​ໂຄງການ​ເຄື່ອນ​ໄຫວຂອງ​ລັດຖະບານ ກ່ຽວ​ກັບ​ການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາ​ກອນສິ່ງ​ແວດ​ລ້ອມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ບັນດາ​ແຜນການ, ​ໂຄງການ​ເຊິ່ງລັດຖະບານ​ມອບ​ໝາຍ​ໃຫ້, ສ້າງ​ການ​ຫັນປ່ຽນ​ໃນ 7 ຂົງ​ເຂດ​ເຊິ່ງກະຊວງ​ຄຸ້ມ​ຄອງ​ໂດຍ​ກົງຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ