ຜັນຂະຫຍາຍປີເພີ່ມ ທະວີແລະປ່ຽນໃໝ່ ວຽກງານຂົນຂວາຍ ປຊຊ ປີ 2014


ຜັນຂະຫຍາຍປີເພີ່ມ ທະວີແລະປ່ຽນໃໝ່ ວຽກງານຂົນຂວາຍ ປຊຊ ປີ 2014 - ảnh 1

(ພາບ: .vov)

 (vovworld)- ກອງ​ປະຊຸມ​ຜັນ​ຂະຫຍາຍ “​ປີ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ວຽກ​ງານ​ຂົນຂວາຍ ປຊຊ ປີ 2014“ ​ໂດຍ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ​ຈັດຕັ້ງ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 25/2 ຢູ່​ຮ່າ​ໂນ້ຍ.

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ດ່າວຫງອງ​ຢຸງ, ​ເລຂາ​ຄະນະ​ພັກ ກຸ່ມ​ບັນດາ​ອົງການ​ສູນ​ກາງ​ເນັ້ນໜັກ​ວ່າ: ​ເພື່ອ​ຫັນ​ເປັນ​ລະອຽດ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ປີ​ຂົນຂວາຍ ປຊຊ 2014 ຢ່າງ​ມີ​ປະສິດທິ​ຜົນ, ອົງຄະ​ນະ​ພັກຂັ້ນຕ່າງໆ, ບັນດາ​ອົງການ​ຈັດຕັ້ງພັກ​ຕ້ອງ​ສືບ​ຕໍ່​ຈັດຕັ້ງການ​ຮ່ຳຮຽນ, ຄົ້ນຄ້ວາ, ຊາບ​ຊືມບັນດາ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ ປຊຊ ຢ່າງ​ເລິກ​ເຊິ່ງ. ທ່ານ​ດ່າວຫງອງ​ຢຸງ ຊີ້​ແຈ້ງວ່າ:

   “​ປີ​ຂົນຂວາຍ ປຊຊ 2014 ຈະ​ຖືກ​ຜັນ​ຂະຫຍາຍ​ຢ່າ​ງເລິກ​ເຊິ່ງກ້ວາງ​ຂວາງ​ດ້ວຍ 2 ຂອດ​ບຸກທະລຸ. ທີ 1 ​ແມ່ນ ຍົກ​ສູງສະຕິ​ຄວາມ​ຮັບ​ຮູ້, ກຳນົດ​ແຈ້ງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ການ​ນຳ​ບັນດາ​ອົງການ, ຫົວໜ່ວຍ, ຄະນະ​ບໍລິຫານ​ງານ​ອົງການ​ຈັດຕັ້ງມະຫາຊົນ, ພະນັກງານ, ສະມາ​ຊິກພັກ, ລັດຖະກອນ, ພາລະ​ກອນ​, ຜູ້​ອອກ​ແຮງງານແຕ່ລະຄົນ. ພິ​ເສດ​ແມ່ນ​ຜູ້ນຳ​ຄະນະ​ພັກ ​ແລະ ອົງການ​ຈັດຕັ້ງ, ຫົວໜ່ວຍ. ທີ 2 ​ແມ່ນ​ຍູ້ແຮງ​ວຽກ​ງານ​ຂົນຂວາຍ ປຊຊ ຂອງ​ອົງການ​ລັດ ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ປະຕິບັດ​ການ​ກຳນົດ​ປະຊາທິປະ​ໄຕ​ຢູ່​ຂັ້ນຮາກ​ຖານ, ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ, ດ້ວຍ​ຈຸດໝາຍ​ສ້າງ ​ແລະ ປະຕິບັດ​ພື້ນຖານ​ບໍລິຫານ​ປະຊາທິປະ​ໄຕ, ມີ​ລະບຽບ​ວິ​ໄນ, ​ເປີດ​ເຜີຍ, ຈະ​ແຈ້ງ ​ແລະ ມີ​ຄວາມ​ຮັບຜິດຊອບ./.

ຂ່າວ/ບົດ​ອື່ນ