ຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການປັບປຸງສິ່ງແວດລ້ອມ

ຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການປັບປຸງສິ່ງແວດລ້ອມ - ảnh 1
ພາບປະກອບ

(vovworld) - ​​ ວັນ​ທີ 25/1, ຢູ່ ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ສົມທົບ​ກັບ ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (ຫຼື UNDP) ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ແກ້​ໄຂ​ມົນ​ລະ​ພິດ​ ​ແລະ ປັບປຸງສິ່ງ​ແວດ​ລ້ອມ. ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 2012 ຮອດ 2015 ດ້ວຍ​ຍອດ​ເງິນ​ລົງທຶນ​ກ່ວາ 5000 ຕື້​ດົ່ງ. ຄາດໝາຍ​ຂອງ​ໂຄງການ​ແມ່ນ​ແກ້​ໄຂສະພາບ​ມົນ​ລະ​ພິດ​​ແລະ ປັບປຸງ​ສິ່ງ​ແວດ​ລ້ອມຢູ່​ບັນດາ​ໝູ່ບ້ານ​ອາຊີບ​ທີ່​ກໍ່​​ມົນ​ລະ​ພິດ​ຢ່າງຮ້າຍ​ແຮງ. ​ໂຄງກາ​ນຍັງ​​ແກ້​​ໄຂມົນ​ລະ​ພິດ ​ແລະ ປັບປຸງ​ສິ່ງ​ແວດ​ລ້ອມ​ຢູ່ 100 ​ເຂດ​ທີ່ຖືກ​ມົນ​ລະ​ພິດ​ຍ້ອນຜັນ​ສະທ້ອນ​ຈາກ​ຢາ​ປ້​ອງກັນ​ພືດ, ຜັນ​ຂະຫຍາຍ​ການ​ເກັບ​ມ້ຽນ, ບຳບັດ​ນ້ຳ​ເສຍ​ຈາກ​ບັນດາ​ເຂດ​ຕົວ​​ເມື​ອງ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ຮ່ວາ​ບິນ, ຫົວໜ້າ​ກົ​ມຄຸ້ມ​ຄອງສິ່ງ​​ເສດ​ເຫຼືອ ​ແລະ ປັບປຸງ​ສິ່ງ​ແວດ​ລ້ອມ, ຫົວໜ້າ​ກົມ​ສິ່ງ​ແວດ​ລ້ອມ​ໃຫ້​ຮູ້​ວ່າ: ​ເລື່ອງ​ຜັນ​ຂະຫຍາຍ​ໂຄງການ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ສິ່ງ​ແວດ​ລ້ອມ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປ​ັນຢູ່, ຮັບປະກັນ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ​ເທ່ືອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ