ຝລັ່ງຕ້ອງປະເຊີນໜ້າກັບການແຫ່ຂະບວນຄັ້ງໃໝ່
ທ່ານນາງລັດຖະມົນຕີກະຊວງແຮງງານຝລັ່ງ Myriam El Khomri
(ພາບ: AFP/TTXVN)
(vovworld) - ວັນທີ 17/06, ທ່ານນາງລັດຖະມົນຕີກະຊວງແຮງງານຝລັ່ງ Myriam El Khomri ໃຫ້ຮູ້ວ່າ, ການເຈລະຈາລະຫວ່າງກະຊວງແຮງງານ ແລະ ຫົວໜ້າຂອງໜຶ່ງໃນບັນດາຄະນະຮ່ວມອາຊີບໃຫຍ່ກວ່າໝູ່ຢູ່ປະເທດນີ້ ໄດ້ສິ້ນສຸດລົງແຕ່ບໍ່ບັນລຸໄດ້ມາກກ້າວບຸກທະລຸໃດ ເພື່ອຊ່ວຍແກ້ໄຂສະພາບບໍ່ມີທາງອອກ ທີ່ກ່ຽວຂ້ອງເຖິງການປະຕິຮູບແຮງງານທີ່ກໍ່ໃຫ້ເກີດການແຫ່ຂະບວນປະທ້ວງຕ້ານລັດຖະບານ ທີ່ແກ່ຍາວໃນຫຼາຍເດືອນຜ່ານມາ. ກ່າວຄຳເຫັນພາຍຫຼັງການເຈລະຈາກັບທ່ານເລຂາທິການໃຫຍ່ສະຫະພັນໃຫຍ່ແຮງງານຝລັ່ງ (CGT) Philippe Martinez, ທ່ານນາງລັດຖະມົນຕີ Khomri ໃຫ້ຮູ້ວ່າ ທັງ 2 ຝ່າຍລ້ວນແຕ່ “ບໍ່ສາມາດຊອກເຫັນຄວາມເຫັນດີເຫັນພ້ອມນຳກັນ”. ກ່ຽວກັບຝ່າຍ CGT, ທ່ານ Martinez ຖືວ່າ, CGT ແລະ ລັດຖະບານບໍ່ເຫັນດີເຫັນພ້ອມໃນບັນດາບັນຫາພື້ນຖານ. ທ່ານຢືນຢັນຄືນໃໝ່ວ່າ, ມີບາງມາດຕາກຸ່ນແຈໃນຮ່າງກົດໝາຍວ່າດ້ວຍການປະຕິຮູບແຮງງານ ເຊິ່ງລັດບານຝລັ່ງ ພວມພິຈາລະນາເພື່ອຮັບຮອງເອົາຕ້ອງໄດ້ຍົກເລີກ ຫຼື ປັບປຸງຄືນໃໝ່.
ພາຍຫຼັງການເຈລະຈາກັບລັດຖະບານຝລັ່ງ ບໍ່ໄດ້ຮັບຜົນ, ບັນດາຄະນະຮ່ວມອາຊີບ ປະເທດນີ້ຖະແຫຼງວ່າ ໄດ້ຮຽກຮ້ອງດຳເນີນການແຫ່ຂະບວນປະທ້ວງຄັ້ງໃໝ່, ເຊິ່ງຄາດວ່າຈະດຳເນີນໃນວັນທີ 23 ແລະ 28/06 ຈະມາເຖິງ.