ພິທີງານສົບອະດີດ ຮອງນາຍົກລັດຖະມົນຕີ ຫງວຽນກົງຕ້ານ

ພິທີງານສົບອະດີດ ຮອງນາຍົກລັດຖະມົນຕີ ຫງວຽນກົງຕ້ານ - ảnh 1
(ພິທີງານສົບອະດີດຮອງນາຍົກລັດຖະມົນຕີ ຫງວຽນກົງຕ້ານ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/11, ຢູ່​ຫໍ​ສົບ​ແຫ່ງ​ຊາດ, ​ເລກ 5 ຖະໜົນ ​ເຈິ່ນ​ແທ໋ງຕົງ, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ງານ​ສົບ​ລະດັບ​ຊາດ​ອະດີດ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ກົງ​ຕ້ານ. ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ​; ຄະນະ​ການ​ທູດ​ກູ​ບາ, ຄະນະ​ຜູ້​ແທນ​ບາງ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່​ຮ່າ​ໂນ້ຍ ໄດ້​ເຂົ້າ​ຮ່ວມພິທີ​ໄຫວ້​ອາ​ໄລ​ທ່ານ ຫງວຽນ​ກົງ​ຕ້ານ ​ແລະ ​ແບ່ງ​ເບົາ​ຄວາມທຸກ​ພ້ອມ​ກັບ​ຄອບຄົວ​ຂອງ​ທ່ານ.

    ທ່ານ ຫງວຽນ​ກົງ​ຕ້ານ ​ເກີດ​ວັນ​ທີ 6/2/1935. ບ້ານ​ເກີດ​ຢູ່​ຕາ​ແສງ​ທ໋າຍ​ເຊີນ, ​ເມືອງ​ທ໋າຍທູ້ຍ, ​ແຂວງ​ທ໋າຍບິ່ງ, ອະດີດ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 6, ຊຸດ​ທີ 7 ​ແລະ ຊຸດ​ທີ 8; ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ແລະ ຊຸດ​ທີ 10; ຮອງ​ນາຍົກລັດຖະມົນຕີ, ກຳມະການ​ຄະນະ​ພະນັກງານ​ພັກ​ລັດຖະບານ​ຊຸດ​ທີ 10; ລັດຖະມົນຕີ, ​ເລຂາ​ຄະນະ​ພະນັກງານ​ພັກກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ; ຮອງ​ເລຂາ​ຄະນະ​ພັກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ. ດ້ວຍ​ຜົນງານ​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຊາດ, ທ່ານ​ໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ, ຫຼຽນ​ໄຊ​ຕໍ່ຕ້ານ ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ຊັ້ນ​ສອງ, ລາງວັນ​ຂອງ​ລັດ​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂນ​ຢີ, ຫຼຽນ 50 ປີ ​ເປັນ​ສະມາຊິກ​ພັກ ​ແລະ ລາງວັນ​ອັນ​ສູງ​ສົ່ງ​ອື່ນໆ​ອີກ.

  ​ໃນ​ວັນ​ດຽວ​ກັນ, ພິທີ​ປົງ​ສົບ ອະດີດ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ກົງ​ຕ້ານ ຖືກ​ດຳ​ເນີນ​ຢູ່​ສຸສານ ສວນສາທາລະນະ ວິ້ງ​ຮັ່ງ, ບາ​ວີ່, ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ