ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ ອາຟະລິກາ

ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ ອາຟະລິກາ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຟະ​ລິ​ກາ
(ພາບ: dangcongsan.vn)

(vovworld) – ວັນ​ທີ 25/5, ຢູ່​ສຳນັກງານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ​ໄດ້​ດຳ​ເນີນພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຟະ​ລິ​ກາ (25/5/1963-25/5/2013). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ, ປະທານສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ, ບັນດາ​ເອກ​ອັກຄະ​ລັດຖະທູດ, ອຸປະ​ທູດ​ຊົ່ວຄາວ, ຜູ້​ຕ່າງ​ໜ້າ​ສະຖານທູດ​ບັນດາ​ປະ​ເທດ ອານ​ເຊ​ຮີ, ອັງ​ໂກລາ, ອາ​ຮັບ​ອີ​ຢີບ, ລີ​ບີ, ​ໂມ​ຊຳ​ບິ​ກ, ນີ​ເຊ​ຮີ, ອາ​ຟະ​ລິ​ກາ​ໃຕ້, ຊູດັງ ປະຈຳ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຟະ​ລິ​ກາ, ທ່ານ ​ເຫື໋ອດຶກ​ຍີ່, ​ເນັ້ນ​ໜັກ​ວ່າ:

“ຫວຽດນາມ ​ແລະ ອາ​ຟະ​ລິກາ ມີ​ທ່າ​ແຮງ​ທີ່​ສາມາດ​ເພີ່ມ​ເຕີມ​ໃຫ້​ກັນ ​ເພື່ອ​ພ້ອມ​ກັນ​ພັດທະນາ. ອາ​ຟະ​ລິ​ກາ ​ແມ່ນ​ແຫ່ງ​ທີ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຫວຽດນາມ​ກ່ຽວ​ກັບ​ແຫຼ່ງສະໜອງ​ວັດຖຸ​ດິບ, ​ເຊື້ອ​ເພີງ, ​ແລະ ​ເປັນ​ຕະຫຼາດສົ່ງ​ອອກ​ສິນຄ້າ, ການ​ບໍລິການ, ຊັບພະຍາກອນ​ມະນຸດ, ການ​ລົງທຶນ… ສອງ​ຝ່າຍ​ໄດ້​ສ້າງ​ກອບ​ກົດໝາຍ​ຢ່າ​ງພຽງພໍ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ຢ່າງຮອບດ້ານ“.

ກ່າວ​ຄວາມ​ເຫັນ​ທີ່​ພິທີ, ຕາງໜ້າ​ໃຫ້​ສະຖານ​ທູດ​ບັນດາ​ປະ​ເທດອາ​ຟະ​ລິ​ກາປະຈຳຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ ອັງ​ໂກລາ ປະຊາທິປະ​ໄຕ ​ແລະ ປະຊາຊົນ Cherif Chikhi ຊີ້​ແຈ້ງວ່າ ສາຍ​ພົວພັນ​ລະຫວ່າງ​ອາ​ຟະ​ລິກາ ​ແລະ ຫວຽດນາມ ນັບ​ມື້​ນັບ​ສະໜິດສະໜົມ ດ້ວຍ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ​ເພື່ອ​ຜົນ​ປະ​ໂຫຍ​ດລະຫວ່າງ​ປະຊາ​ຊາດ. ທ່ານ​ຖື​ວ່າ:

“ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ ຈະ​ມີ​ບາດກ້າວ​ທີ່​ໝັ້ນຄົງ​ ບົນ​ເສັ້ນທາງ​ທີ່​ກ້າວໜ້າ ​ແລະ ພັດທະນາ. ຈິດ​ໃຈ​ສາມັກຄີ​ນີ້ ​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງ​ຈະ​ແຈ້ງ​ທີ່​ເວທີ​ປາ​ໄສ​ຫວຽດນາມ - ອາ​ຟະ​ລິ​ກາ . ພວກ​ເຮົາ​ສາມາດ​ເພີ່ມ​ເຕີມ​ຫຼາຍ​ຂົງ​ເຂດໃຫ້​ກັນ​. ກໍ່​ຄື​ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ແລກປ່ຽນ​​ບົດຮຽນ​ທາງ​ດ້ານ​ເສດຖະກິດ ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ“.

​ໃນ 3 ປີຜ່ານມາ, ວົງ​ເງິນ​ການ​ຄ້າລະຫວ່າງຫວຽດນາມ ​ອາ​ຟະ​ລິກາ  ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ບັນລຸ 1,8 ຕຶ້ USD, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ພວມ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ອາ​ຟະ​ລິ​ກາ​ ໃນ​ຫຼາຍ​ຂົງ​ເຂດ​ຄື ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດ, ຜະລິດ​ລົດຈັກ, ສະໜອງ​ການ​ບໍລິການ​ໂທລະ​ຄົມ… ດ້ວຍ​ມູນ​ຄ່າ​ເກືອບ 1,2 ຕຶ້ USD

ຂ່າວ/ບົດ​ອື່ນ