ພິທີອາໄລຫາວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ

ພິທີອາໄລຫາວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ - ảnh 1
ພິທີອາໄລຫາຢູ່ ຮ່າໂນ້ຍ

( vovworld ) – ຕອນ​ຄ່ຳ​ວັນ​ທີ 9/3, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ຍີ່ປຸ່ນ ​ໄດ້​ຈັດ​ພິທີອາ​ໄລ​ຫາ​ວັນ​ເກີດ​ເຫດ​ແຜ່ນດິນ​ໄຫວ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ຍີ່ປຸ່ນ ຄົບຮອບ 1 ປີ. ນັ້ນ​ແມ່ນ​ເຫດ​ແຜ່ນດິນ​ໄຫວ​ທີ່​ມີ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ໃນ​ປະຫວັດສາດ ​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 11/3/2011 ຊື່​ງ​ໄດ້​ກໍ່​ຄື້ນຍັກ​ທີ່​ຮ້າຍ​ແຮງ ​ແລະ ​ເຮັດ​ໃຫ້ 15.000 ຄົນ​ເສຍ​ຊີວິດ ​ແລະ ​ມາ​ຮອດ​ປະຈຸ​ບັນ​ຍັງ​ມີ 3000 ຄົນ​ຖືກຫາຍ​ສາບ​ສູນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Yasuaki Tanizaki ​ເອກ​ອັກຄະ​ລັກ​ຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັ່ມ​ແຫ່ງ​ປະ​ເທດ​ຍີ່ປຸ່ນ​ ປະຈຳ​ຫວຽດນາມ ​ເນັ້ນໜັກ​ວ່າ: ນັ້​ນແມ່ນ​ໄພພິບັດ​ທີ່​​ໂສກ​ເສົ້າທີ່​ສຸດ​ຊື່​ງປະຊາຊົນ​ຍີ່ປຸ່ນ​ຕ້ອງ​ຮັບ. ​ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ​ໃນ​ຈຸດ​ເວລາ​ນັ້ນ, ຍີ່ປຸ່ນ ກໍ​ໄດ້​ຮັບ​ບັນດາ​ຄວາມ​ແບ່ງປັນ, ໜູນ​ຊ່ວຍ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ​ ປະ​ເທດ​ຕ່າງໆ​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ Yasuaki Tanizaki ຢືນຢັນ​ວ່າ ປະຊາຊົນ​ຍີ່ປຸ່ນ​ຍາມ​ໃດ​ກໍ​ຈົດ​ຈຳ ​ແລະ​ ຮູ້ບຸນຄຸນອັນ​ເລິກ​ເຊີ່ງ​ຕໍ່ການ​ຊ່ວຍ​ເຫຼືອອັນ​ລ້ຳຄ່າ​ຂອງ​ເພື່ອນ​ມິດສາ​ກົນ, ​ໃນ​ນັ້ນມີ​ຫວຽດນາມ, ນັ້ນ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈທີ່​ໃຫ່ຍຫຼວງ ຊ່ວຍ​ໃຫ້​ຍີ່ປຸ່ນ​ຟື້ນ​ຕົວຢ່າງ​ໄວວາ​ເພື່ອ​ສືບ​ຕໍ່​ພັດທະນາ. ​ເນື່ອງ​ໃນ​ໂອກາດ​ນີ້, ວັນ​ທີ 10/3, ຢູ່​ຫໍສະໝຸດ​ແຫ່ງ​ຊາດ, ສູນ​ພົວພັນ​ແລກປ່ຽນ​ວັດທະນະທຳ​ຍີ່ປຸ່ນ ຢູ່​ຫວຽດນາມ ​ໄດ້​ຈັດການ​ສາຍຟິມ​ເອກະສານ ​ແລະ​ ບັນ​ລະ​ຍາຍ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ເຫດ​ແຜ່ນດິນ​ໄຫວ​ຂະໜາດ​ໃຫ່ຍຢູ່​ທາງ​ທິດຕາ​ເວັນ​ອອກ​ຍີ່ປຸ່ນ“ ​ເພື່ອ​ແນ​ໃສ່​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ປະຈຸ​ບັນ ​ແລະ​ການ​ຟື້ນ​ຕົວ​ຂອງ​ບັນດາ​ເຂດ​ຖືກ​ຜົນ​ສະທ້ອນ.

 

 

ຂ່າວ/ບົດ​ອື່ນ