(vovworld) - ລັດຖະບານ ແລະ ປະຊາຊົນຟີລິບປີນ ພວມມານະພະຍາຍາມແກ້ໄຂບັນດາຜົນຮ້າຍອັນໜັກໜ່ວງໂດຍພະຍຸ ໄຫ່ຢານ ກໍ່ຂຶ້ນພາຍຫຼັງທີ່ພັດເຂົ້າເຂດທີ່ກວ້າງໃຫຍ່ຂອງ ຟີລິບປີນ. ພະຍຸ ໄຫ່ຢານ ໄດ້ທຳລາຍຢ່າງໜັກໜ່ວງເຊິ່ງບໍ່ເຄີຍມີມາກອນ, ເຮັດໃຫ້ປະຊາຊົນ 4,4 ລ້ານຄົນ ຢູ່ບັນດາເຂດ Leyte, Sama ຕາເວັນອອກ, Visayas ຕາເວັນຕົກ ແລະ ກາງ, ເຂດ Bicol ແລະ ທິດເໜືອເກາະ Mindanao ຕົກເຂົ້າສູ່ສະພາບບໍ່ມີເຮືອນຢູ່. ພະຍຸ ໄຫ່ຢານ ໄດ້ເຮັດໃຫ້ 10.000 ກ່ວາຄົນເສຍຊີວິດ, ສ່ວນຫຼາຍແມ່ນປະຊາຊົນເຂດນະຄອນ Tacloban.
ຕໍ່ໜ້າບັນດາຜົນເສຍຫາຍຢ່າງໜັກໜ່ວງຂອງຟີລິບປີນ, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນດາບັນຫາມະນຸດສະທຳ Valerie Amos ໃຫ້ຮູ້ວ່າ, ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍລັດຖະບານ ແລະ ປະຊາຊົນຟີລິບປີນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະສາດ. ນອກຈາກນັ້ນ, ລັດຖະບານອັງກິດ, ການາດາ, ນິວຊີແລນ, ທະນາຄານໂລກ, ຄະນະກຳມະການເອີລົບ ກໍ່ໃຫ້ຄຳໝັ້ນສັນຍາຈະອຸປະຖຳເງິນເພື່ອໃຫ້ ຟີລິບປີນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ ໄຫ່ຢານ.
ໂດຍໄດ້ຮັບຂ່າວວ່າ: ພະຍຸ ໄຫ່ຢານ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິດຊີ ແລະ ຊັບສິນຢູ່ບັນດາແຂວງພາກກາງ ຟິລິບປິນ, ວັນທີ 10/11, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ຝາກໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີ ຟິລິບປິນ Benigno S. Aquino 3. ໂທລະເລກຢື້ຢາມຖາມຂ່າວ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ໃກ້ຊິດຕິດແທດແບ່ງປັນກັນປະຊາຊົນ ຟິລິບປິນ, ໃນຈຸດເວລາອັນຫຍຸ້ງຍາກນີ້ ແລະ ບົນຈິດໃຈສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຫວຽດນາມ ຕົກລົງອຸປະຖຳຢ່າງຮີບດ່ວນຈຳນວນເງິນມີມູນຄ່າ 100.000 USD ໃນຕໍ່ໜ້າ, ໃຫ້ແກ່ປະຊາຊົນ ຟິລິບປິນຜູ້ປະສົບເຄາະຮ້າຍ ແລະຈະສືບຕໍ່ພິຈາລະນາບັນດາມາດຕະການເພື່ອແນໃສ່ຊ່ວຍເຫຼືອໃນຄວາມສາມາດຂອງຕົນ. ຫວັງວ່າ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ຈະແກ້ໄຂຜົນຮ້າຍຢ້ອນຫຼັງຂອງພະຍຸ ແລະ ສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ Albert F. Del Rosario.