ພໍ່ແມ່ພີ່ນ້ອງຊາວຄຼິດເພີ່ມທະວີກຸ່ມກ້ອນມະຫາສາມັກຄີທ່ົວປວງຊົນ
ທ່ານນາງ ຮ່າທິຄຽດ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບສັງຄະລາດ ຫງວຽນວັນເຍີນ, ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ
(vovworld) – ຕອນເຊົ້າວັນທີ 20/1, ຢູ່ ຮ່າໂນ້ຍ, ທ່ານນາງ ຮ່າທິຄຽດ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບສັງຄະລາດ ຫງວຽນວັນເຍີນ, ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ ມາຢ້ຽມຢາມ ແລະ ອວຍພອນປີໃໝ່ຄະນະຂົນຂວາຍປະຊາຊົນ ສູນກາງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2014. ທ່ານນາງ ຮ່າທິຄຽດ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດ ຫວຽດນາມ ແມ່ນຍາມໃດກໍ່ເຄົາລົບນັບຖືສາສະໜາ ແລະ ສ້າງທຸກໆເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຄຼິດເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ທ່ານນາງ ຮ່າທິຄຽດ ຫວັງວ່າ ພໍ່ແມ່ພີ່ນ້ອງຊາວຄຼິດ ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ສ່ວນສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ ຫງວຽນວັນເຍີນ ຢັ້ງຢືນຈະສືບຕໍ່ປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ເປັນຢ່າງດີ, ຢູ່ໃນສິນກິນໃນທຳ, ສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມເຄົາລົບພະເຢຊູ ແລະ ຮັດຊາດ. ສັງຄະນາຍົກ ຫວັງວ່າ ອຳນາດປົກຄອງຂັ້ນຕ່າງໆ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຄຼິດ ໃນການດຳເນີນຊີວິດເຫຼື້ອມໃສສາສະໜາ.