ມົດສະກູເຕືອນວ່າຈະຢຸດຕິການສະຫນອງນ້ຳມັນໃຫ້ບັນດາປະເທດຈັດວາງລາຄາເພດານສຳລັບນ້ຳມັນຂອງລັດເຊຍ.
(VOVWORLD) - ວັນທີ 1 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ເຕືອນວ່າ ປະເທດນີ້ ຈະຢຸດຕິການສະຫນອງນ້ຳມັນໃຫ້ບັນດາປະເທດຈັດວາງລາຄາເພດານສຳລັບນ້ຳມັນດິບຂອງ ລັດເຊຍ ພ້ອມທັງຖືແຜນການນີ້ຂອງກຸ່ມ ບັນດາປະເທດອຸດສາຫະກຳພັດທະນາແຖວຫນ້າໂລກ (G7) ແມ່ນໄຮ້ເຫດຜົນ.
ລະບົບກັ່ນຕອງນ້ຳມັນ ຢູ່ໃກ້ກັບແມ່ນ້ຳ Irtysh ຢູ່ Omsk ທາງທິດຕາເວັນຕົກສ່ຽງໃຕ້, ລັດເຊຍ. (ພາບ:Nsenergy Business/TTXVN) |
ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ Novak ຊີ້ແຈ້ງວ່າ: “ສຳລັບບັນດາວິສາຫະກິດ ຫລື ປະເທດທີ່ຈະຖືກຈັດຄືແນວນັ້ນ, ພວກຂ້າພະເຈົ້າ ຈະບໍ່ສະຫນອງນ້ຳມັນ ແລະ ບັນດາຜະລິດຕະພັນນ້ຳມັນໃຫ້ ເພາະພວກຂ້າພະເຈົ້າຈະບໍ່ເຮັດວຽກດ້ວຍບັນດາເງື່ອນໄຂບໍ່ມີການຕະຫລາດ”
ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ ຖືວ່າ: ບັນດາຄວາມມານະພະຍາຍາມແຊກແຊງເຂົ້າກົນໄກຕະຫລາດຂອງຂະແຫນງອຸດສາຫະກຳສຳຄັນຄື ນ້ຳມັນບໍ່ ຈະພາໄປເຖິງຂາດສະຖຽນລະພາບ, ນາບຂູ່ທົ່ວຕະຫລາດນ້ຳມັນ ແລະ ອາດຈະກໍ່ໃຫ້ເກີດວິກິດການຄວາມໝັ້ນຄົງດ້ານພະລັງງານໃນທົ່ວໂລກ.
ຄຳຖະແຫລງດັ່ງກ່າວໂດຍທ່ານ Novak ຍົກອອກມາໃນສະພາບທີ່ ກຸ່ມ G7 ຊື່ງລວມມີ ອາເມລິກາ, ຍີ່ປຸ່ນ, ເຢຍລະມັນ, ອັງກິດ, ຝລັ່ງ, ການາດາ ແລະ ອີຕາລີ ໂຮມປະຊຸມເພື່ອປຶກສາຫາລືຕໍ່ແຜນການຈັດວາງລາຄາເພດານນ້ຳມັນບໍ່ຂອງລັດເຊຍໃນວັນທີ 2 ກັນຍາ.