ມີຢ່າງໜ້ອຍສຸດ 31 ຄົນເສຍຊີວິດໃນເຫດຍິງປຶນຢູ່ໄທ
(VOVWORLD) -ທ່ານ ອາຈົນ ໄກທອງ ຜູ້ຕາງໜ້າຕຳຫຼວດໄທ ໃຫ້ຮູ້ວ່າ ເຫດຍິງປືນໄດ້ເກີດຂຶ້ນຢູ່ສູນລ້ຽງເດັກ.
ສະຖານທີ່ເກີດເຫດ (ພາບ: Thai PBS) |
ມີຢ່າງໜ້ອຍສຸດ 31 ຄົນເສຍຊີວິດໃນເຫດຍິງປຶນ ທີ່ເກີດຂຶ້ນໃນວັນທີ 6 ຕຸລາຢູ່ແຂວງ ໜອງບົວລຳພູ, ເຂດອີສານຂອງປະເທດໄທ. ທ່ານ ອາຈົນ ໄກທອງ ຜູ້ຕາງໜ້າຕຳຫຼວດໄທ ໃຫ້ຮູ້ວ່າ ເຫດຍິງປືນໄດ້ເກີດຂຶ້ນຢູ່ສູນລ້ຽງເດັກ. ຜູ້ປະສົບເຄາະຮ້າຍລວມມີ ເດັກນ້ອຍ ແລະ ຄູສອນຂອງສູນ. ຕົວການເປັນ ອະດີດຕຳຫຼວດຄົນໜຶ່ງ ແລະ ປັດຈຸບັນເຈົ້າໜ້າທີ່ຕຳຫຼວດກຳລັງຕາມຈັບ