ມີຫຼາຍຄົນຖືກບາດເຈບໃນກໍລະນີແຜ່ນດິນໄຫວຢູ່ ເຊຊວນ (ຈີນ)

ມີຫຼາຍຄົນຖືກບາດເຈບໃນກໍລະນີແຜ່ນດິນໄຫວຢູ່ ເຊຊວນ (ຈີນ) - ảnh 1

ແຜ່ນດິນ​ໄຫວ​ຢູ່ ​ເຊຊວນ ປະເທດຈີນ
(ພາບ: ຂ່າວສານຈີນ)

(vovworld) – ​ຢ່າງ​ໜ້ອຍ​ສຸດ​ກໍ່​ມີ​ຜູ້​ຖືກ​ບາດ​ເຈ​ບ 24 ຄົນ ​ແລະ ​ເຮືອນ​ຊານ​ນັບ​ພັນ​ຫຼັງ​ຖືກ​ເປ່​ເພ ຍ້ອນ​ແຜ່ນດິນ​ໄຫວ​ 2 ຄັ້ງທີ່​ມີ​ຄວາມ​ແຮງ 4,8 ອົງສາ​ຮິ​ກ​ແຕ ​ແລະ 4,2 ອົງສາ​ຮິ​ກ​ແຕ ​ເຊິ່ງ​ເກີດ​ຂຶ້ນ​ຢ່າງລຽນຕິດ​ໃນ​ຕອນ​ເຊົ້າ​ວັນ​ທີ 25/4ຢູ່​ແຂວງ​ຊີ​ຊວນ, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນ. ປະຈຸ​ບັນ, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ທ້ອງ​ຖີ່​ນ ພວມ​ສືບ​ຕໍ່​ອັບ​ເດັດ​ຂ່າວ​ກ່ຽວ​ກັບ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບ. ​ໃນ​ຊຸ່ມ​ມື້​ຜ່ານ​ມາ, ​ແຜ່ນດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ຢູ່ບັນດາ​ທ້ອງ​ຖີ່​ນທີ່​ຂຶ້ນ​ກັບ​ແຂວງ​ຊີ​ຊວນ ​ຂອງ​ຈີນ​. ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 196 ຄົນ, ​ແລະ 12.000 ກວ່າ​ຄົນ​ຖືກ​ບາດ​ເຈ​ບ, 21 ຄົນ​ຫາຍ​ສາບ​ສູນ. ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ​ພວມ​ດຳ​ເນີນ​ໄປ​ຢ່າງ​ຮີບ​ເຮັ່ງ.

ຂ່າວ/ບົດ​ອື່ນ