ມອບລາງວັນ “ພູມປັນຍາໜຸ່ມເພື່ອການສຶກສາ” ປີ 2018

(VOVWORLD) - ລາຍການ “ພູມປັນຍາໜຸ່ມເພື່ອການສຶກສາ” ປີ 2018 ໄດ້ຮັບກິດຈະກຳ, ຂໍ້ລິເລີ່ມສົ່ງເຂົ້າຮ່ວມລາຍການກ່ວາ 400 ຢ່າງຂອງບັນດານັກປະພັນ
ມອບລາງວັນ “ພູມປັນຍາໜຸ່ມເພື່ອການສຶກສາ” ປີ 2018 - ảnh 1ບັນດາບຸກຄົນໄດ້ຮັບລາງວັນໃນຄັ້ງນີ້

ຕອນຄ່ຳວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກະຊວງສຶກສາ ແລະ ບຳລຸງສ້າງ, ໜັງສືພິມ ຕ໋ວຍແຈ໋ (ກະບອກສຽງຂອງໄວໜຸ່ມ ຫວຽດນາມ) ໄດ້ສົມທົບກັນຈັດຕັ້ງພິທີມອບລາງວັນ “ພູມປັນຍາໜຸ່ມເພື່ອການສຶກສາ” ປີ 2018.

        ໂດຍໄດ້ຮັບການປຸກລະດົມແຕ່ວັນທີ 4 ເມສາ, ລາຍການ “ພູມປັນຍາໜຸ່ມເພື່ອການສຶກສາ” ປີ 2018 ໄດ້ຮັບກິດຈະກຳ, ຂໍ້ລິເລີ່ມສົ່ງເຂົ້າຮ່ວມລາຍການກ່ວາ 400 ຢ່າງຂອງບັນດານັກປະພັນ, ກຸ່ມນັກປະພັນຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກປະພັນ, ກຸ່ມນັກປະພັນຂອງ 4 ຂໍ້ລິເລີ່ມ, ກິດຈະກຳດີເດັ່ນ ດ້ວຍເງິນລາງວັນ 100 ລ້ານດົ່ງ/ກິດຈະກຳປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ