ມະນຸດສະທຳ ແລະ ອະໄພຍະໂທດແມ່ນນະໂຍບາຍໃຫຍ່ຂອງພັກ ແລະ ລັດຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມພິຈາລະນາບັນຊີລາຍຊື່ນັກໂທດເພື່ອຍື ່ນສະເໜີຕໍ່ປະທານປະເທດ |
(vovworld)- ຕອນເຊົ້າວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປະທານສະພາທີ່ປຶກສາອະໄພຍະໂທດສູນກາງປີ 2015 ໄດ້ເປັນປະທານກອງປະຊຸມພິຈາລະນາບັນຊີລາຍຊື່ນັກໂທດເພື່ອຍື່ນສະເໜີຕໍ່ປະທານປະເທດຕົກລົງອະໄພຍະໂທດ ປ່ອຍຕົວກ່ອນກຳນົດໃຫ້ແກ່ບັນດານັກໂທດທີ່ເງື່ອນໄຂພຽງພໍໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປະທານສະພາທີ່ປຶກສາອະໄພຍະໂທດສູນກາງປີ 2015 ໄດ້ຢືນຢັນວ່າ ມະນຸດສະທຳ ແລະ ອະໄພຍະໂທດແມ່ນນະໂຍບາຍໃຫຍ່ຂອງພັກ ແລະ ລັດຫວຽດນາມໃນວຽກງານຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳເພື່ອໃຫ້ນັກໂທດໄດ້ເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່, ລົບລ້າງຄວາມປົມດ້ອຍຈາກການກະທຳຜິດ, ປັບເນື້ອປັບຕົວເປັນຄົນດີ, ມີປະໂຫຍດຕ່ໍ່ສັງຄົມ. ມາຮອດປະຈຸບັນ, ສະພາທີ່ປຶກສາອະໄພຍະໂທດສູນກາງ ໄດ້ດຳເນີນການພິຈາລະນາສຳເນົາເອກະສານ 18000 ສະບັບເພື່ອສະເໜີໃຫ້ອະໄພຍະໂທດໃຫ້ນັກໂທດຂອງບັນດາຄ້າຍຄຸມຂັງ, ຄ້າຍກັກຂັງພ່າງ.