(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນແພດໝໍຫວຽດນາມ (27/02/1955 – 27/02/2016), ຕອນບ່າຍວັນທີ 25/02, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລແພດສາດໄດ້ຈັດພິທີຕັ້ງຮູບຫຼໍ່ທ່ານໝໍ Alexabdre Yersin, ເປັນອະທິການບໍດີິຜູ້ທຳອິດ ແລະ ແມ່ນຜູ້ກໍຕັ້ງມະຫາວິທະຍາໄລແພດສາດອິນດູຈີນ (ເຊິ່ງແມ່ນຕົ້ນກຳເນີດຂອງມາຫາວິທະຍາໄລແພດສາດຮ່າໂນ້ຍ ໃນປະຈຸບັນ). ທີ່ພິທີ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ຍ້ອງຍໍຊົມເຊີຍບັນດາຜົນສຳເລັດຂອງຂະແໜງສາທາລະນະສຸກ, ມາຫາວິທະຍາໄລແພດສາດໂນ້ຍ ແລະ ໂຮງໝໍມາຫາວິທະຍາໄລແພດສາດຮ່າໂນ້ຍ ໃນການປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງພະນັກງານ, ຮັກສາເບິ່ງແຍງສຸຂະພາບໃຫ້ປະຊາຊົນ. ທ່ານນາງຮອງປະທານປະເທດ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ, ມາຫາວິທະຍາໄລແພດສາດຮ່າໂນ້ຍ ສືບຕໍ່ປ່ຽນໃໝ່ວິທີສິດສອນ ແລະ ຮ່ຳຮຽນ; ຍູ້ແຮງການລົງທຶນເຂົ້າລະບົບຫ້ອງທົດລອງ ແລະ ໂຮງໝໍໃຫ້ຫຼາຍກວ່າ…