ມາເລເຊຍ ແລະ ຈີນໝັ້ນໝາຍສືບຕໍ່ຊອກຫາເຮືອບິນ MH 370 ທີ່ຖືກຫາຍສາບສູນ

ມາເລເຊຍ ແລະ ຈີນໝັ້ນໝາຍສືບຕໍ່ຊອກຫາເຮືອບິນ MH 370 ທີ່ຖືກຫາຍສາບສູນ - ảnh 1
ມາ​ເລ​ເຊຍ​ໝັ້ນໝາຍ​ສືບ​ຕໍ່​ດຳ​ເນີນ​ການ​ຊອກ​ຫາ​ເຮືອ​ບິນ​ເລກ​ໝາຍ MH 370 ທີ່​ຫາຍ​ສາບ​ສູນ

(vovworld)- ວັນ​ທີ 8/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ມາ​ເລ​ເຊຍ Najib RaZak ໃຫ້​ຮູ້​ວ່າ ປະ​ເທດນີ້​ຍັງ​ໝັ້ນໝາຍ​ສືບ​ຕໍ່​ດຳ​ເນີນ​ການ​ຊອກ​ຫາ​ເຮືອ​ບິນ​ເລກ​ໝາຍ MH 370 ທີ່ຖືກ​ຫາຍ​ສາບ​ສູນໄດ້ 1 ປິ​ເຕັມ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາ​ຖະ​ໜາ​ວ່າ ຈະ​ຊອກ​ຫາ​ໄດ້​ເຮືອ​ບິນ​ລຳດັ່ງ​ກ່າວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ມາ​ເລ​ເຊຍ Najib RaZak ໃຫ້​ຮູ້​ວ່າ ມາ​ເລ​ເຊຍ​ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ໄດ້​ຄົ້ນ​ຫາ​ຕາມ​ຮ່ອງ​ຮອຍ​ເຖິງວ່າ​ຈະ​ນ້ອຍ​ທີ່​ສຸດ​ກໍ​ຕາມ​ເພື່ອ​ຊອກ​ຫາ​ເຮືອ​ບິນ. ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ຢູ່ນອກກອງ​ປະ​ຊຸມ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ ໃຫ້​ຮູ້​ວ່າ ການ​ຊອກ​ຫາ​ເຮືອ​ບິນ​ເລກ​ໝາຍ MH 370 ທີ່ຖືກ​ຫາຍ​ສາບ​ສູນກ່ອນນີ້ 1 ປິ​ເຕັມ ຈະ​ບໍ່​ຢຸດ​ຕິ​ລົງ.

ຂ່າວ/ບົດ​ອື່ນ