ມຽນມາ ຊອກເຫັນກັບດຳເຮືອບິນການທະຫານປະສົບເຄາະຮ້າຍ

(VOVWORLD) - ວັນທີ 18 ມິຖຸນາ, ວົງການເຈົ້າໜ້າທີ່ ມຽນມາ ປະກາດວ່າ ໄດ້ຊອກເຫັນກັບດຳຂອງເຮືອບິນການທະຫານທີ່ປະສົບເຄາະຮ້າຍຢູ່ທະເລ Andaman
ມຽນມາ ຊອກເຫັນກັບດຳເຮືອບິນການທະຫານປະສົບເຄາະຮ້າຍ - ảnh 1ເຈົ້າໜ້າທີ່ ມຽນມາ ປະກາດເຮືອບິນການທະຫານທີ່ປະສົບເຄາະຮ້າຍ (ພາບ: AFP)

ຫ່າງຈາກນີ້ເປັນເວລາເກືອບ 2 ອາທິດ, ສ້າງຄວາມຫວັງ ຊ່ວຍວົງການເຈົ້າໜ້າທີ່ປະເທດນີ້ ສາມາດກຳນົດໄດ້ສາເຫດທີ່ກໍ່ໃຫ້ເກີດເຫດເຮືອບິນຕົກ. ວິວັດການໄຈ້ແຍກລະຫັດລັບບັນດາຂໍ້ມູນຂອງກັບດຳ ອາດຈະແກ່ຍາວເປັນເວລາ 2, 3 ວັນ ຫຼື ຊ້ຳບໍ່ໜຳເປັນ 2, 3 ອາທິດ.

        ວັນທີ 07 ມິຖຸນາ, ເຮືອບິນການທະຫານບັນຈຸ 122 ຄົນ, ລວມມີຜູ້ໂດຍສານ 108 ຄົນ ແລະ ຈຸບິນ 14 ຄົນຖືກຫາຍສາບສູນ ເມື່ອ ບິນຈາກນະຄອນ Myeik ເຖິງ Yangon. ມາຮອດປະຈຸບັນ, ໄດ້ຊອກເຫັນຊາກສົບຂອງຜູ້ປະສົບເຄາະຮ້າຍ 92 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ