ມື້ເຮັດວຽກທີ 2 ຂອງກອງປະຊຸມຄະນະບໍລິຫານງານສູນກາງພັກສະໄໝທີ 12

ມື້ເຮັດວຽກທີ 2 ຂອງກອງປະຊຸມຄະນະບໍລິຫານງານສູນກາງພັກສະໄໝທີ 12 - ảnh 1

(vovworld)- ວັນ​ທີ 11/3 ຊຶ່ງ​ແມ່ນມື້​ເຮັດ​ວຽກ​ທີ 2 ຂອງກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ 12, ຕອນ​ເຊົ້າ, ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມປຶກ​ສາ​ຫາ​ລືແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ແຜນ​ການ​ການ​ເງິນ-ງົບ​ປະ​ມານ​ແຫ່ງ​ລັດ ແລະ ແຜນການລົງ​ທຶນ​ສາ​ທາ​ລະ​ນະ​ໄລ​ຍະ 5 ປີ 2016 – 2020 ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ​ຫງວຽນ​ຊວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອ​ງນາຍົກ​ລັດ​ຖະ​ມົນ​ຕີ​​ຫວຽດ​ນາມ.  ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ. ທ່ານ​ດິງ​ເທ້​ຮິງ ຜູ້​ປະ​ຈຳ​ການ​ຂະ​ນະ​ເລ​ຂາ​ທິ​ການ​ສູນ​ກາງເປັນ​ປະ​ທານ​ວາ​ລະ​ປະ​ຊຸມ. ທ່ານ​ຝ້າມ​ມິນ​ຈິງ, ຫົວ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຂຶ້ນ​ກ່າວ​ບົດ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສະ​ເໜີ​​ບຸກ​ຄະ​ລາ​ກອນອອກ​ສະ​ໝັກ​ເລືອກ​ຕັ້ງ​ສຳ​ລັບ​ຕຳ​ແໜ່ງ​ການ​ນຳ​ບັນ​ດາ​ອົງ​ການ​ແຫ່ງ​ລັດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງຫຼື​ໃຫ້​ສັດ​ຕະ​ຍາ​ບັນ​ທີ່ກອງ​ປະ​ຊຸມ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 .
ຂ່າວ/ບົດ​ອື່ນ