ລົງນາມໃນສັນຍາການຄ້າຊາຍແດນລະຫວ່າງຫວຽດນາມ-ລາວ
ພິທີລົງນາມໃນສັນຍາການຄ້າຊາຍແດນລະຫວ່າງຫວຽດນາມ-ລາວ
(ພາບ: baonghean.vn)
(vovworld) – ຕອນບ່າຍວັນທີ 27/06, ຢູ່ແຂວງ ເງ້ອານ, ໄດ້ດຳເນີນພິທີລົງນາມໃນສັນຍາການຄ້າຊາຍແດນລະຫວ່າງລັດຖະບານສສ.ຫວຽດນາມ ແລະ ລັດຖະບານສປປ.ລາວ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ພິທີລົງນາມສັນຍາການຄ້າຊາຍແດນລະຫວ່າງຫວຽດນາມ-ລາວ ຄັ້ງນີ້ ແມ່ນເຫດການມີຄວາມໝາຍສຳຄັນ, ສ້າງເງື່ອນໄຂດ້ານກົດໝາຍເພື່ອໃຫ້ການຮ່ວມມືພັດທະນາການຄ້າ ແທດເໝາະກັບສາຍພົວພັນທີ່ເປັນມູນເຊື້ອແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ສັນຍາການຄ້າຊາຍແດນລະຫວ່າງຫວຽດນາມ-ລາວ ມີບັນດາເນື້ອໃນຕົ້ນຕໍ່ຄື: ຂໍ້ກຳນົດການເຄື່ອນໄຫວຄ້າຂາຍ, ແລກປ່ຽນສິນຄ້າຂອງນັກທຸລະກິດ, ປະຊາຊົນເຂດຊາຍແດນ; ໃຫ້ບຸລິມະສິດອັດຕາພາສີນຳເຂົ້າ 0% ໃຫ້ສິນຄ້າມີຕົ້ນກຳເນີດຈາກຫວຽດນາມ ແລະ ລາວ. ນອກນັ້ນ, ສັນຍາຍັງກຳນົດກ່ຽວກັບການຊຳລະໃນການຄ້າຊາຍແດນ; ໃຫ້ຄຳໝັ້ນສັນຍາເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວຜ່ານຊາຍແດນ; ສ້າງຕັ້ງຄະນະຊີ້ນຳການຄ້າເຂດຊາຍແດນຫວຽດນາມ - ລາວ…