ລົດຂົນສົ່ງຜູ້ໂດຍສານລະດູບານໃໝ່-ບຸນເຕັດແຫ່ງການເຕົ້າໂຮມ

ລົດຂົນສົ່ງຜູ້ໂດຍສານລະດູບານໃໝ່-ບຸນເຕັດແຫ່ງການເຕົ້າໂຮມ - ảnh 1
(ພາບ​ປະ​ກອບ: baomoi)

(vovworld) –​ ວັນ​ທີ 31/01, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ່​ຊັບ​ພະ​ວິ​ຊາ - ມະ​ຫາ​ວິ​ທະ​ຍາ​ໄລ່​ດ່ານັ້ງ, ມ​ີ​ລົດ​ຂົນ​ສົ່ງຜູ້​ໂດຍ​ສານ 12 ຄັນ ໄດ້​ເລີ່ມ​ເດີນ​ທາງ ສົ່ງ​ນັກ​ສຶກ​ສາ, ກຳ​ມະ​ກອນ, ຄົນ​ງານ​ທີ່​ປະ​ສົບ​ກັບ​ຄວ​າມ​ຫຍຸ້ງ​ຍາກ​ເກືອບ 600 ຄົນ​ກັບ​ເມືອ​ບ້ານ​ເກີດ​ເມືອງ​ຕອນ​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບ​ຄົວ.

      ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ ໄດ້​ມ​ີ​ລົດ​ຂົນ​ສົ່ງ​ຜູ້​ໂດຍ​ສານ ໄດ້​ສົ່ງ​ນັກ​ສຶກ​ສາກວ່າ 1.125 ຄົນ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ. ນັກ​ສຶກ​ສາ ເລ​ທິ​ທຸຍ, ໄດ້​ແບ່ງ​ປັນ​ວ່າ.

      “ນ້ອງ​ຮູ​້ສືກ​ດີ​ໃຈ​ຫຼານ​ ແລະ ຕື້ນ​ຕັນ​ໃຈທີ່​ສຸດ​ເມື່ອ​ຄະ​ນະ​ຈັດ​ຕັ້ງ ໄດ້​ຈັດ​ບັນ​ດາ​ລົດຂົນ​ສົ່ງ​ຜູ້​ໂດຍ​ສານ​ຄື​ແນວນີ້​​ເພື່ອໃຫ້​ນ​ັກ​ສຶກ​ສາຄື​ພວກ​ນ້ອງ​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ ຢ່າງ​ສະ​ດ​ວກ​ສະ​ບາຍ. ນ້ອງ​ຫວັງ​ວ່າ, ລາຍ​ການນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ເພື່ອ​ຊ່ວຍ​ໃຫ້​ນ​ັກ​ສຶກ​ສາ​ທີີ່​ປະ​ສົບ​ກັບ​ຄວາມ​ຫຍຸ​້ງ​ຍາກ​ຄື​ພວກ​ນ້ອງໄດ້​ກັບ​ເມືອ​ບານ​ຢ່າງວ່ອງ​ໄວ, ສະ​ດວກ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ