ລັດຖະມົນຕີການຕ່າງປະເທດຊີຣີ ຢ້ຽມຢາມອີຣານ

ລັດຖະມົນຕີການຕ່າງປະເທດຊີຣີ ຢ້ຽມຢາມອີຣານ - ảnh 1

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ ​ແລະ ອີຣານ

(ພາບ:m.vietnamnet.vn)​

( vovworld ) – ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍຫຼັງ​ການ​ເຈລະຈາ​ຢູ່​ນະຄອນຫຼວງ Teheran, ທ່ານ Walid Al Moualem ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ ຊື່​ງພວມ​ຢູ່​ຢ້ຽມຢາມ​ອີຣານ ​ແລະ ທ່ານ Ali Akbar Salehi ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ລ້ວນ​ແຕ່​ຖື​ວ່າ: ​ແນວ​ຄວາມ​ຄິດ​ກ່ຽວ​ກັບ “​ໄລຍະ​ຂ້າມ​ຜ່ານ​ມອບ​ໂອນ​ສິດ​ອຳນາດ​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​ຊີຣີ“ ພຽງ​ແຕ່​ແມ່ນ​ຄວາມ​ນຶກ​ຄິດ​ທີ່​ລະ​ເມີ​ເຝີ້ຝັນເທົ່າ​ນັ້ນ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Walid Al Moualem ​ໄປຍັງ​ອີຣານ ​​ເມື່ອ​ວັນ​ທີ 29/7 ເພື່ອປຶກສາ​ຫາລື​ກັບ​ບັນດາ​ເຈົ້າໜ້າ​ທີ່​ອີຣານ ກ່ຽວ​ກັບ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນໃຈ. ທ່ານ​ Walid Al Moualem  ຈະ​ພົບ​ປະ​ກັບ​ຜູ້ນຳ​ສະພາ​ຄວາມໝັ້ນ​ແຫ່ງ​ຊາດ​ສູງ​ສຸດ​ອີຣານ Saeed Jaliii ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Ali Larijani.

 

 

 

ຂ່າວ/ບົດ​ອື່ນ