ລັດຖະມົນຕີການຕ່າງປະເທດອັງກິດຍ້ອງຍໍຊົມເຊຍຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ

(VOVWORLD) -ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ, ຜູ້ຮັບຜິດຊອບພາກພື້ນອາຊີ - ປາຊີຟິກ Mark Field ໄດ້ມີບົດຂຽນກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາຂອງວິສາຫະກິດອັງກິດ ເມື່ອປ່ຽນທິດຫັນມາລົງທຶນຢູ່ຫວຽດນາມ.

ລັດຖະມົນຕີການຕ່າງປະເທດອັງກິດຍ້ອງຍໍຊົມເຊຍຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ - ảnh 1 ລັດຖະມົນຕີການຕ່າງປະເທດອັງກິດຍ້ອງຍໍຊົມເຊຍຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ

(ພາບ: VGP)

ໃນບົດຂຽນດ້ວຍຫົວຂໍ້ວ່າ “ໃນຂະນະທີ່ໄທ ແລະ ຫວຽດນາມ ນຳໜ້າສະຕະວັດອາຊີ, ເຖິງເວລາແລ້ວທີ່ວິສາຫະກິດອັງກິດ ມຸ່ງໄປເຖິງທິດຕາເວັນອອກ”, ທີ່ໄດ້ເອົາລົງໃນແວັບໄຊການເງິນ City A.M ໃນວັນທີ 18 ມັງກອນ, ທ່ານ Field ໄດ້ເນັ້ນໜັກວ່າ, ຫວຽດນາມ ພວມເປີດກາລະໂອກາດຫຼາຍຢ່າງທີ່ສຸດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເວົ້າລວມ ແລະ ວິສາຫະກິດອັງກິດເວົ້າສະເພາະ.

        ບົດຂຽນໃຫ້ຮູ້ວ່າ, ການຄ້າ ແລະ ການລົງທຶນ 2 ຝ່າຍຫວຽດນາມ - ອັງກິດ ພວມພັດທະນາຢ່າງແຮງ, ເພີ່ມຂຶ້ນທົບ 2 ເທົ່າ ນັບແຕ່ເມື່ອ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດເມື່ອປີ 2010, ເຖິງຢ່າງໃດກໍ່ຕາມ, ທ່ານ Field ເນັ້ນໜັກວ່າ “ຍັງມີກາລະໂອກາດຫຼາຍຢ່າງທີ່ສຸດພວມລໍຖ້າໃຫ້ຄົ້ນຫາ”. ກ້າວເຂົ້າສູ່ປີ 2018, ປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອັງກິດ, ທ່ານ Field ຢືນຢັນວ່າ, ນີ້ແມ່ນຈຸດເວລາທີ່ “ເໝາະສົມ” ເພືຶ່ອໃຫ້ບັນດາວິສາຫະກິດອັງກິດ ສະແດງໃຫ້ເຫັນທີ່ຕັ້ງ “ນຳໜ້າ” ຂອງປະເທດອັງກິດ ຕໍ່ຫວຽດນາມກ່ຽວກັບເຕັກໂນໂລຊີການເງິນ, ການສຶກສາ, ການຄົ້ນຄວ້າແພດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ