ລັດຖະມົນຕີການຕ່າງປະເທດອາເມລິກາລໍ້ຖ້າສປປ.ເກົາຫຼີພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາ

(VOVWORLD) -ໃນການຕອບສຳພາດທີ່ໄດ້ອອກອາກາດໃນວັນທີ 18 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson ໃຫ້ຮູ້ວ່າ, ທ່ານພວມ “ລໍຖ້າ” ບັນດາສັນຍານຊີ້ໃຫ້ເຫັນວ່າ ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາໂດຍກົງ.

ລັດຖະມົນຕີການຕ່າງປະເທດອາເມລິກາລໍ້ຖ້າສປປ.ເກົາຫຼີພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson

(ພາບປະກອບ: AFP/TTXVN)

ໃນບົດກ່າວປາໄສຜ່ານລາຍການ “60 ນາທີ” ຂອງຊ່ອງໂທລະພາບ CBS, ວັນທີ 18 ກຸມພາ, ທ່ານລັດຖະມົນຕີຕ່າງປະເທດອາເມລິກາ Rex Tillerson ຊີ້ແຈ້ງວ່າ, ທ່ານພວມ “ລໍຖ້າ” ບັນດາສັນຍານຊີ້ໃຫ້ເຫັນວ່າ ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາໂດຍກົງ.

        ແລະກໍ່ໃນອາທິດຜ່ານມາ, ທ່ານຮອງປະທານາທິບໍດີອາເມລິກາ Mike Pence ກໍ່ຖະແຫຼງວ່າ ວໍຊິງຕັນ ແລະ ເຊີອຸ່ນ ເຫັນດີສືບຕໍ່ປະຕິບັດແນວຮົບການທູດກັບພຽງຢາງ ພ້ອມທັງເປີດກໍລະນີກ້າວໄປສູ່ການເຈລະຈາໂດຍກົງລະຫວ່າງອາເມລິກາ - ສປປ.ເກົາຫຼີ ຫາກບໍ່ຕ້ອງການເງື່ອນໄຂຕັດສິນແຕ່ຢ່າງໃດ.

ຕອບກັບ

ຂ່າວ/ບົດ​ອື່ນ