ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງໃຫ້ການຕ້ອນຮັບເອກອັກຄະລັດຖະທູດຈີນ
ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງໃຫ້ການຕ້ອນຮັບ
ເອກອັກຄະລັດຖະທູດຈີນ
(ພາບ:cand.com.vn)
|
(vovworld) - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຂູງແສວຢຸ້ງ ໃນວັນທີ 3/2, ທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ, ເນັ້ນໜັກວ່າ: ພາຍຫຼັງກອງປະຊຸມຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກະຊວງຕຳຫຼວດ 2 ປະເທດຈັດຕັ້ງຢູ່ ຈີນ ມາຮອດປະຈຸບັນ, ບັນດາອົງການທີ່ມີໜ້າທີ່ຂອງ 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ບັນລຸບັນດາໝາກຜົນຕັ້ງໜ້າ, ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຂອບອົກຂອບໃຈທ່ານເອກອັກຄະລັດຖະທູດ ແລະ ສະຖານທູດ ຈີນ ປະຈຳ ຫວຽດນາມ ໄດ້ມີການປະກອບສ່ວນຕັ້ງໜ້າໃນການຊຸກຍູ້ການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ບັນດາອົງການປະຕິບັດກົດໝາຍຂອງ ຈີນ. ທ່ານເອກອັກຄະລັດຖະທູດ ຂູງແສວຢຸ້ງ ຢັ້ງຢືນຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກໆຂົງເຂດຮ່ວມມືເວົ້າລວມ ແລະ ຂົງເຂດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເວົ້າສະເພາະ.