ລັດເຊຍແລະຢູແກຼນແລກປ່ຽນສະເລີຍເສີກ

ລັດເຊຍແລະຢູແກຼນແລກປ່ຽນສະເລີຍເສີກ - ảnh 1
ປະທານາທິບໍດີ ລັດເຊຍ V Putin ແລະ ປະທານາທິບໍດີ ຢູແກຼນ
Petro Poroshenko
ພາບ:internet


(vovworld)-ວັນ​ທີ 31/8 ຢູ່ ດ່ານ​ຊາຍ​ແດນ Nekhoteyevka, ຢູ​ແກຼນ ​ໄດ້​ມອບສົ່ງ​ຫນ່ວຍ​ທະຫານ​ໂດດ​ຈ້ອງ ຊື່​ງຖືກ​ຈັບ​ຕົວ​ກ່ອນ​ນີ້​ໃຫ້​ແກ່​ຝ່າ​ຍ ລັດ​ເຊຍ, ສ່ວນ​ລັດ​ເຊຍ ກ​ໍ​ໄດ້​ມອບ​ສົ່ງ​ພົນທະຫານ ຢູ​ແກຼນ 63 ຄົນ​​ ໄດ້​ຂ້າມ​ຊາຍ​ແດນ​ໄປ​ຍັງ​ລັດ​ເຊຍ​ໃນ​ອາທິດ​ກ່ອນໃຫ້​ແກ່​ປະ​ເທດ​ນີ້. ວັນ​ທີ 31/8,​ສື່​ມວນ​ຊົນ ລັດ​ເຊຍ ​ໃຫ້​ຂ່າວ​ວ່າ: ຂະ​ບວນລົດ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ ຄັ້ງ​ທີ 2 ຂອງ​ລັດ​ເຊຍ ລວມມີ 280 ຄັນ ​ໄດ້​ກຽມພ້ອມ​ເດີນທາງ​ເຖິ​ງ​ເຂດ​ຊາຍ​ແດນ​ຕິດ​ກັບ ຢູ​ແກຼນ. ທ່ານ Anatoli Antovov, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ວິ​ສາ​ຫະກິດ​ຫລາຍ​ແຫ່ງ ຖື​ວ່າ ຄວນ​ຈັດ​ຕັ້ງ​ຂະ​ບວນລົດ​ຂົນ​ສົ່ງ​​ເຄື່ອງ​ຊ່ວຍ​ເຫລືອຄື​ດັ່ງກ່າວ​ເປັນ​ຫລາຍ​ຄັ້ງ​ເຖິງ ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

 

ຂ່າວ/ບົດ​ອື່ນ