ລັດເຊຍ - ຈີນຢາກຊຸກຍູ້ການພົວພັນ ສອງຝ່າຍກວ່າອີກໃນປີ 2013

ລັດເຊຍ - ຈີນຢາກຊຸກຍູ້ການພົວພັນ ສອງຝ່າຍກວ່າອີກໃນປີ 2013 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 31/12, ທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົາ ​ແລະ ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ສົ່ງ​ສານ​ອວຍພອນ​ປີ​ໃໝ່ ​ແລະ ສະ​ແດງ​ຄວາມ​ປາຖະໜາ​ຢາກ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ພັດທະນາ​ກວ່າ​ອີກ​ໃນ​ປີ 2013. ທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົາ ​ໃຫ້​ຮູ້​ວ່າ, ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ - ລັດ​ເຊຍ ​ໃນ​ປີ 2012 ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່. ທ່ານ​ເນັ້ນ​ໜັກ​ວ່າ, ຈີນ​ພ້ອມ​ແລ້ວ​ທີ່​ຈະ​ປະສານ​ສົມທົບ​ກັບ​ລັດ​ເຊຍ ​ເພື່ອ​ປະຕິບັດ​ແຜນການ​ພັດທະນາ​ໃນ​ໄລຍະ 10 ປີ, ແນ​ໃສ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ຕົວ​ຈິງ ​ແລະ ຍຸດ​ທະ​ສາດ​ໃນ​ຫຼາຍ​ຂົງ​ເຂດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ພາກ​ພື້ນ ​ແລະ ສາກົນ. ສ່ວນປະທານາທິບໍດີ​ລັດ​ເຊຍ Vladimir Putin ກໍ່​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແລະ ພ້ອມ​ແລ້ວ​ທີ່​ຈະ​ປະຕິບັດ​ບັນດາ​ຄວາມ​ມານ​ນະພະ​ຍາ​ຍາມ​ກັບ​ຈີນ ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃນ​ປີ​ 2013.

ຂ່າວ/ບົດ​ອື່ນ