ລັດເຊຍ ຢັ້ງຢືນ ປັບປຸງການຮ່ວມມືຍຸດທະສາດກັບ ຈີນ
(VOVWORLD) - ລັດເຊຍ ພ້ອມແລ້ວທີ່ຈະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ຢູ່ໃນລະດັບສູງ ກໍຄືການສົມທົບທາງດ້ານຍຸດທະສາດລະຫວ່າງສອງປະເທດ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN) |
ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການເຈລະຈາທາງໂທລະສັບ ກັບກຳມະການກົມການເມືອງ ພັກກອມມູນິດ ຈີນ ຢ໊າງຈຽນຊື ໃນວັນທີ 25 ພຶດສະພາ. ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະສົມທົບກັບ ຈີນ ເພື່ອປົກປ້ອງລັດທິຫຼາຍຝ່າຍ ແລະ ປະກອບສ່ວນຮັກສາສະຖຽນລະພາບຍຸດທະສາດທົ່ວໂລກ.
ສ່ວນທ່ານ ຢາງຈຽນຊື ຕັກເຕືອນວ່າ ສອງປະເທດຄວນຮັກສາການສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດແຫ່ງຊາດ, ສ້າງການພົວພັນບົນພື້ນຖານເຄົາລົບເຊິ່ງກັນແລະກັນ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງນຳມາເຊິ່ງສະຖຽນລະພາບ ແລະ ແຫຼ່ງພະລັງງານທີ່ດີໃຫ້ແກ່ໂລກ.