ລັດເຊຍ ແມ່ນປະເທດທຳອິດຮັບຮອງອຳນາດການປົກຄອງ ຕາລີບານ ຢູ່ອາບການິດສະຖານ
(VOVWORLD) - ວັນທີ 3 ກໍລະກົດ, ກະຊວງການຕ່າງປະເທດ ລັດເຊຍ ປະກາດວ່າ ລັດເຊຍຮັບຮອງ ປະເທດອິດສະລາມ ອາບການິດສະຖານຢ່າງເປັນທາງການ.
ທຸງຊາດຂອງ ອາບການິດສະຖານ ຢູ່ສະຖານທູດ ອາບການິດສະຖານ ປະຈຳ ລັດເຊຍ (ພາບ: REUTERS/Maxim Shemetov) |
ກ່າວຄຳເຫັນໃນຊ່ອງໂທລະພາບ Rossiya-1, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາບການິດສະຖານ Dmitry Zhirnov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕົກລົງຮັບຮອງ ປະເທດ ອິດສະລາມ ອາບການິດສະຖານ ຕາມການສະເໜີຂອງທ່ານ ລັດຖະມົນຕີການຕ່າງປະເທດ Sergey Lavrov ເພື່ອແນໃສ່ສະແດງຄວາມປາດຖະໜາຢາກສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານກັບ ອາບການິດສະຖານ. ຕາລີບານໄດ້ຂຶ້ນກຳອຳນາດຢູ່ ອາບການິດສະຖານນັບແຕ່ເດືອນສິງຫາ 2021 ແຕ່ມາຮອດປັດຈຸບັນ ຍັງບໍ່ມີປະເທດໃດຮັບຮອງອຳນາດການປົກຄອງນີ້. ໃນຂະນະນັ້ນ, ລັດເຊຍ ພວມສ້າງການພົວພັນກັບອຳນາດການປົກຄອງ ຕາລີບານ ເທື່ອລະກ້າວ.