ລັດເຊຍ ແລະ ກາຊັກສະຖານ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
(VOVWORLD) - ການນຳ ກາຊັກສະຖານ ກໍ່ເປີດເຜີຍວ່າ ມົດສະກູ ແລະ Astana ພວມຫຍັບເຂົ້າໃກ້ກັບການລົງນາມຂໍ້ຕົກລົງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ປະເທດ ກາຊັກສະຖານ.
ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ ປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev (ພາບ: Alexander Zemlianichenko/REUTERS) |
ວັນທີ 12 ພະຈິກ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ກາຊັກສະຖານ Kassym-Jomart Tokayev ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຫັນປ່ຽນການພົວພັນສອງຝ່າຍຂຶ້ນເປັນການພົວພັນຄູ່ຮ່ວມມື ແລະ ພັນທະມິດຍຸດທະສາດຮອບດ້ານ. ພິທີລົງນາມໄດ້ດຳເນີນພາຍຫຼັງການພົບປະເຈລະຈາຢູ່ວັງ Kremlin ໃນຂອບເຂດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຂອງ ທ່ານ Tokayev ປະທານາທິບໍດີ ກາຊັກສະຖານ. ທ່ານປະທານາທິບໍດີ ກາຊັກສະຖານ ຢັ້ງຢືນວ່າ ເອກະສານຫາກໍ່ໄດ້ຮັບການລົງນາມຈະເປີດສັງກາດໃໝ່ໃນການພົວພັນລະຫວ່າງ ລັດເຊຍ ແລະ ກາຊັກສະຖານ, ຢັ້ງຢືນລະດັບຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ທີ່ບໍ່ເຄີຍມີມາກ່ອນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນທຸກຂົງເຂດ. ການນຳ ກາຊັກສະຖານ ກໍ່ເປີດເຜີຍວ່າ ມົດສະກູ ແລະ Astana ພວມຫຍັບເຂົ້າໃກ້ກັບການລົງນາມຂໍ້ຕົກລົງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ປະເທດ ກາຊັກສະຖານ.