ລັດເຊຍ ແລະ ອິນເດຍ ເພີ່ມທະວີການຮ່ວມມື 2 ຝ່າຍ

ລັດເຊຍ ແລະ ອິນເດຍ ເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh
(ພາບ: ibnlive.in.com)


(vovworld) - ວັນ​ທີ 20 ຕຸລາ, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh ​ໄດ້​ໄປ​ເຖິງ Moskava ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ໃນ​ເວລາ 2 ວັນ ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ເດີນ​ທາງ​ອອກ​ຈາກ New Delhi, ທ່ານ​ນາຍົກລັດຖະມົນຕີ Manmohan Singh ​ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ສຳຄັນ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ​ໃນ​ຂະນະ​ນັ້ນ, ຕາມ​ແຫຼ່ງຂ່າວ​ຈາກ ວັງ Cremli, ຄາດ​ວ່າ ພາຍຫຼັງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ນາຍົກລັ​ດຖະມົນຕີ​ອິນ​ເດຍ Manmohan Singh ​ກັບ​ທ່ານ​ປະທານາທິບໍດີລັດ​ເຊຍ Vladimir Putin ​ໃນ​ວັນ​ທີ 21 ຕຸລາ, 2 ຝ່າຍ​ຈະ​ໄດ້​ລົງ​ນາມ​ເອກະສານ​ຮ່ວມ​ມືສຳຄັນ 6 ສະບັບ​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເຕັກນິກ, ນຳ​ໃຊ້ພະລັງງານ​ຢ່າງ​ມີຜະ​ສິດທິຜົນ ​ແລະ ອອກ​ຖະ​ແຫຼ​ງການ​ຮ່ວມ​ທີ່​ສ່ອງ​ແສງ​ທັດສະນະ​ຂອງ 2 ປະ​ເທດ​ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຍິ່ງກວ່າ​ອີກ... ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ລັ​ດ​ເຊຍ, ວັນ​ທີ 22 ຕຸລາ, ທ່ານ​ນາຍົກລັດຖະມົນຕີ Manmohan Singh ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ