ລາຍການ “ ກຳລັງແຮງແຫ່ງມະນຸດສະທຳ ” ຈະຖືກຈັດຂຶ້ນໃນໄວໆນີ້.

(VOVWORLD) -ຕອນບ່າຍວັນທີ 7 ມັງກອນ, ສະພາກາແດງຫວຽດນາມໄດ້ດຳເນີນການປະຊຸມກັບນັກຂ່າວປະກາດລາຍການ “ ກຳລັງແຮງແຫ່ງມະນຸດສະທຳ ” ດ້ວຍຫົວຂໍ້ “ ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ ”ລະດູບານໃໝ່ປີກຸນ 2019
ລາຍການ “ ກຳລັງແຮງແຫ່ງມະນຸດສະທຳ ” ຈະຖືກຈັດຂຶ້ນໃນໄວໆນີ້. - ảnh 1ທ່ານນາງ ເຈີນທິຮົ່ງອານ ຮອງປະທານສະພາກາແດງຫວຽດນາມ 

ທີ່ລາຍການ, ຜູ້ຊົມຈະພ້ອມກັນຫວນຄືນບັນດາຈຸດເວລາທີ່ມີຄວາມໝາຍຂອງຂະບວນການ “ ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ ”ໃນໄລຍະ 20 ປີທີ່ຜ່ານມາ, ໄດ້ພົບປະກັບບັນດາຜູ້ທີ່ມີຊາຕາກຳອາພັບຊຶ່ງໄດ້ຮັບການຊ່ວຍເຫຼືອຈາກສະພາກາແດງຈາກ ຂະບວນການ “ ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ ” ແລະ ໄດ້ຜ່ານຜ່າຄວາມຄວາມຫຍຸ້ງຍາກເພື່ອສ້າງການດຳລົງຊີວິດເປັນປົກກະຕິ. ທ່ານນາງ ເຈີນທິຮົ່ງອານ ຮອງປະທານສະພາກາແດງຫວຽດນາມໃຫ້ຮູ້ວາ : (ເທບ)

    “ ປີນີ້, ລາຍການມີຫຼາຍຈຸດໃໝ່, ພວກຂ້າພະເຈົ້າໄດ້ສະຫຼຸບຄືນ 20 ປີແຫ່ງການຜັນຂະຫຍາຍຂະບວນການດ້ວຍໝາກຜົນທີ່ຝັງເລິກໃນດວງໃຈຂອງປະຊາຊົນ. ຜ່ານລາຍການນີ້, ພວກຂ້າພະເຈົ້າຢາກຮຽກຮ້ອງບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນ, ບັນດາຜູ້ໃຈບູນໃຈກຸສົນ ທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງຊ່ວຍເຫຼືອ ແລະ ເຂົ້າຮ່ວມຂະບວນການ. ຜ່ານລາຍການ, ພວກຂ້າພະເຈົ້າກໍສະແດງຄວາມຮູ້ບູນຄຸນຕໍ່ບັນດາຄູ່ຮ່ວມມືທີ່ໄດ້ຮ່ວມເດີນທາງພ້ອມກັບສະພາກາແດງໃນການເຄື່ອນໄຫວມະນຸດສະທຳ, ກຸສົນ  ”

     ລາຍການ “ກຳລັງແຮງແຫ່ງມະນຸດສະທຳ” ປີ 2019 ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍໃນເວລາ 20 ໂມງຂອງວັນທີ 13 ມັງກອນປີ 2019

ຕອບກັບ

ຂ່າວ/ບົດ​ອື່ນ