ລາວປະກາດລັດຖະທຳມະນູນໃໝ່

ລາວປະກາດລັດຖະທຳມະນູນໃໝ່ - ảnh 1
ກອງ​ປະ​ຊຸ​ມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 7
(ພາບ: laosecurity)


(vovworld) - ທ່ານ​ປະ​ທານ​ປະ​ເທດ​ລາວ ​ຈູມ​ມາ​ລ​ີ ໄຊ​ຍະ​ສອນ ຫາ​ກໍ​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ​ປະ​ກາດ​ໃຊ້ລັດ​ຖະ​ທ​ຳ​ມະ​ນູນ​ໃໝ່​ຂອງ​ປະ​ເທດ ສ​ປ​ປ.ລາວ ພາຍ​ຫຼັງ​ລັດ​ຖະ​ທ​ຳ​ມ​ະ​ນູນ​ສະ​ບັບ​ປັບ​ປຸງນີ້​ໄດ້​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸ​ມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 7 ຜ່ານ​ມາ. ນີ້​ແມ່ນ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ຄັ້ງ​ທີ່ 2 ຂອງ​ລາວ ນັບ​ແຕ່​ເມື່ອ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ທຳ​ອິດ​ໄ​ດ້​ຮັບ​ການ​ປະ​ກາດ​ໃຊ້​ເມື່ອ​ປີ 1991. ເມື່ອ​ທຽບ​ໃສ່​ລັດ​ຖະ​ທຳ​ມະ​ນູນ​ປີ 2003, ລັດ​ຖະ​ທຳ​ມະ​ນ​ູນ​ປີ 2015 ຂອງ​ລາວ ໄດ້​ປັບ​ປຸງ​ຫຼາຍ​ຢ່າງ ເພື່ອ​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ. ລັດ​ຖະ​ທຳ​ມະ​ນູນ​ປີ 2015 ຂອງ​ລາວ ລວມ​ມີ 14 ໝ​ວດ, 119 ມາດ​ຕາ, ເພີ່ມ 3 ໝ​ວດ ແລະ 21​ມາດ​ຕາ. ຕາມ​ແຈ້ງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ແລ້ວ, ເລື່ອງ​ປັບ​ປຸງ​ລັດ​ຖະ​ທຳ​ທະ​ນູນ​ຄັ້ງ​ນີ້​ແມ່ນ​ເພື່ອ​ເໝາະ​ສົມ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ວິ​ໄສ​ທັດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຮອດ​ປີ 2030, ພ້ອມ​ທັງ​ສ່ອງ​ແສງ​ໃຫ້​ເຫັນຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຢາກ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ລາວ ​ບັນ​ດາ​ເຜົ່າ ແລະ ນຳ​ປະ​ເທດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ