ວົງການນັກຊ່ຽວຊານຕີລາຄາເສດຖະກິດຫວຽດນາມພັດທະນາຢ່າງໝັ້ນຄົງ

ວົງການນັກຊ່ຽວຊານຕີລາຄາເສດຖະກິດຫວຽດນາມພັດທະນາຢ່າງໝັ້ນຄົງ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

(vovworld) - ​​​ ​​ ​ວັນ​ທີ 16/11, ບັນ​ດາ​ນັ​ກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂອງ Conference Board ຄາດ​ຄະ​ເນວ່າ ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ບັນ​ລຸ​ລະ​ດັບ​ເຕີບ​ໂຕ 6,2% ​ໃນ​ປີ 2016 ແລະ ຈະ​ເພີ່ມ​ຂຶ້ນ​ລະ​ດັບ 6,5% ໃນ​ປີ 2017 ໃນ​ໄລ​ຍະ 2017 – 2021 ຈະ​ບັນ​ລຸ​ລະ​ດັບ​ສະ​ເລ່ຍ 6,7%. ອົງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ແຖວ​ໜ້າ​ໃນ​ໂລກມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນິວຢອກ ນີ້ກໍ​ໄດ້​ຕີ​ລາ​ຄາວ່າ ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ຈ​ະ​ບໍ່​ຖືກ​ຜົນ​ສະ​ທ້ອນ​ໃຫ​ຍ່ ຖ້າ​ຫາກ​ອຳ​ນາດ​ການ​ປົກ​ຄອງ​ໃໝ່ຂອງ​ປະ​ທາ​ນາ​ທິບ​ໍ​ດີ​ຫາກ​ໍ​ຮັບ​ໄຊ​ຊະ​ນະ Donald Trump “ບໍ່​ເຫັນ​ດີ” ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ນັກ​ຊ່ຽວ​ຊ​ານດ້ານ​ເສດ​ຖະ​ກິດ Ken Goldstein ໃຫ​້​ຮູ້​ວ່າ, ຖ້າ​ຫາກ TPP ໄດ້​ຮັບ​ການ​ປະ​ຕິ​ບັດ​ຈະ​ສ້າງວຽກ​ເຮັດ​ງານ​ທຳ​ຫຼາຍ​ຢ່າງ, ແຕ່ກໍ່​ເຮັດ​ໃຫ້​ຫຼາຍ​ຄົນ​ຖື​ກ​ຫວ່າງ​ງານ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ Jing Sima, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂອງ Conference Board ຖື​ວ່າ, ໃນ​ໄລ​ຍະ​ສັ້ນ ແລະ​ ກາງ, ຫວຽດ​ນາມ ອາດ​ຈະ​ບັນ​ລຸ​ຜົ​ນ​ປະ​ໂຫຍດ ໃນ​ສະ​ພາບ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ - ຈີນ ຊົ່ວ​ຮ້າ​ຍ​ລົງ. ແຕ່​ໃນ​ໄລ​ຍະ​ຍາວ​, ທຸກ​ໆ​ປະ​ເທດ​ລ້ວນ​ແຕ່​ຖືກ​ຜົນ​ຮ້າຍ​ຖ້າ​ຫາກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ອ​ຳ​ນາດ​ການ​ປົກ​ຄອງ​ອາມ​ເລິ​ກາ ເຮັດ​ໃຫ້​ວິ​ວັດ​ທະ​ນະ​ຫັນ​ເປັນ​ທົ່ວ​ໂລກ​ຊັກ​ຊ້າ​ລົງ.


ຂ່າວ/ບົດ​ອື່ນ