ວັນທີ 21 ທັນວາ, ຫວຽດນາມຢັ້ງຢືນຜູ້ຕິດເຊື້ອໂຄວິດ-19ຈຳນວນ 5 ໝື່ນຄົນໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 16.325 ຄົນ, ໃນນັ້ນ ມີ 9 ກໍລະນີມາຈາກຕ່າງປະເທດ. ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.571.780  ຄົນ
ວັນທີ 21 ທັນວາ, ຫວຽດນາມຢັ້ງຢືນຜູ້ຕິດເຊື້ອໂຄວິດ-19ຈຳນວນ 5 ໝື່ນຄົນໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

   ວັນທີ 21 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ  50.191 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.160.090  ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 250 ຄົນ

    ໄລ່ຮອດຕອນແລງວັນທີ 21/ທັນວາ, ຫວຽດນາມ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 140,4 ລ້ານໂດສ. ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 97% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 83,6%  ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ