ວັນບຸນຄອບຄົວຫວຽດນາມ ຈະຈັດຂຶ້ນແຕ່ວັນທີ 26-28/6

ວັນບຸນຄອບຄົວຫວຽດນາມ ຈະຈັດຂຶ້ນແຕ່ວັນທີ 26-28/6 - ảnh 1

(ພາບ:hoatuoidep.com)

( vovworld ) – ​ເພື່ອ​ມຸ່ງ​ໄປ​ເຖິງ​ວັນ​ຄອບຄົວ​ຫວຽດນາມ (28/6)​, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ນະຄອນຫຼວງຮ່າ​ໂນ້ຍ ຈະ​ສົມທົບ​ກັນ​ຈັດ​ວັນບຸນ​ຄອບຄົວ​ຫວຽດນາມ ​ແຕ່​ວັນ​ທີ 26-28/6/2012 ​ເພື່ອ​ແນ​ໃສ່​ເຊີ​ດຊູບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ມະນຸດ​ອັນ​ເລິກ​ເຊິ່ງຂອງ​ຄອບຄົວ​ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 22/6 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດຕັ້ງ​ໃຫ້​ຮູ້​ວ່າ: ດ້ວຍ​ສານ​ທີ່​ວ່າ “ຄອບຄົວ​ແມ່ນ​ບ່ອນ​ອະນຸລັກ​ຮັກສາຄຸນຄ່າ​ດ້ານ​ວັດທະນະທຳ“ ນັ້ນ, ວັນບຸນ​ຄອບຄົວ​ຫວຽດນາມ ປີ 2012 ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ, ​ແທດ​ຈິງ​ຄື: ງານ​ຊຸມນຸມ​ມິດ​ຕິງ​ລະນຶກ​ວັນ​ຄອບຄົວ​ຫວຽດນາມ; ງານ​ວາງສະ​ແດງ “ຄອບຄົວ​ອົບ​ອຸ່ນ“….. ທ່ານ​ນາງ Tran Tuyet Anh, ຫົວໜ້າ​ກົມ​ຄອບຄົວ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້ວ່າ:

   “ທາງກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຈະ​ເຊັນ​ກັບ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ເພື່ອຍູ້​ແຮງ​ການ​ໂຄສະນາ ສຶກສາ​ອົບຮົມ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ຄອບຄົວ ​ແລະ ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ​ໜຸ່ມ ​ໄລຍະ 2012-2015. ພວກ​ຂ້າພະ​ເຈົ້າພວມ​ສ້າງ​ການ​ສຳ​ຫຼວດກ່ຽວ​ກັບ​ຄອບຄົວ ​ແລະ ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວຢູ່ 63 ​ແຂວງ ນະຄອນ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ 1 ​ໃນ​ບັນດາ​ໜ້າ​ທີ່​ບຸກທະລຸ​ຂອງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດກ່ຽວ​ກັບ​ຄອບຄົວ​ໃນ​ປີ 2012

 

 

 

ຂ່າວ/ບົດ​ອື່ນ