ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດຢູ່ອານເຊຣ

(VOVWORLD)-ມີວິສາຫະກິດຫວຽດນາມ 4 ແຫ່ງ ໄດ້ເຂົ້າຮ່ວມງານຕະຫຼາດນັດວາງສະແດງສາກົນຄັ້ງທີ 50 ຢູ່ອານເຊຣີ ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 08 – 12 ພຶດສະພາ ຢູ່ຫໍວາງສະແດງທີ່ນະຄອນຫຼວງອານເຊຣີ.

ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດຢູ່ອານເຊຣ - ảnh 1 ພິທີຕັດແຖບຜ້າເປີດຮ້ານວາງສະແດງຂອງບັນດາວິສາຫະກິດຫວຽດນາມ

(ພາບ: moit.gov.vn)

ທ່ານນາຍົກລັດຖະມົນຕີອານເຊຣີ Abdelmalek Sellal ເປັນປະທານພິທີໄຂເຫດການດັ່ງກ່າວ. ງານຕະຫຼາດຄັ້ງນີ້ໂດຍມີການເຂົ້າຮ່ວມຂອງວິສາຫະກິດປະມານ 1000 ແຫ່ງ ທີ່ມາຈາກ 35 ປະເທດ. ບັນດາປະເພດສິນຄ້າຂອງວິສາຫະກິດຫວຽດນາມ ທີ່ນຳມາວາງສະແດງຢູ່ງານຕະຫຼາດນັດຄັ້ງນີ້ຕົ້ນຕໍແມ່ນຜະລິດຕະພັນກະເສດ, ເຄື່ອງທີ່ລະນຶກ, ເຄື່ອງນຸ່ງຫົ່ມ. ຕອນເຊົ້າວັນທີ 09 ພຶດສະພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ ຟ້າມກ໋ວກຈຸ ໄດ້ຕັດແຖບຜ້າເປີດຮ້ານວາງສະແດງຂອງບັນດາວິສາຫະກິດຫວຽດນາມ. ເຂົ້າຮ່ວມງານຕະຫຼາດນັດວາງສະແດງຄັ້ງນີ້, ສິນຄ້າຫຼາຍປະເພດຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງຜູ້ເຂົ້າຊົມເປັນຈຳນວນຫຼວງຫຼາຍ. ແລະ ລູກຄ້າຫຼາຍຄົນໄດ້ສະແດງຄວາມເພິ່ງພໍໃຈສຳລັບບັນດາປະເພດສິນຄ້າຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ