ວາລະປະຊຸມຄັ້ງທີ 6 ຂອງຄະນະກຳມະການປັບປຸງລັດຖະທຳມະນູນປີ 1992

ວາລະປະຊຸມຄັ້ງທີ 6 ຂອງຄະນະກຳມະການປັບປຸງລັດຖະທຳມະນູນປີ 1992 - ảnh 1
ວາລະປະຊຸມຄັ້ງທີ 6 ຂອງຄະນະກຳມະການປັບປຸງລັດຖະທຳມະນູນປີ 1992
(ພາບ: Nhan Sáng/TTXVN)

(vovworld) - ວັນ​ທີ 8/4, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 6 ​ເພື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ ​ທີ່​ໄດ້ຮັບ​ເອົາຄຳ​ເຫັນ ​ແລະ ປັບປຸງ​ໃນ​ເບື້ອງ​ຕົ້ນ​ຕາມ​ຄຳ​ເຫັນ​ຂອງ​ປະຊາຊົນ. ​ໄລ່​ມາ​ຮອດ​ວັນ​ທີ 31/3, ມີ​​ຄຳ​ເຫັນ​ປະກອບກ່ວາ 26 ລ້ານ​ຂໍ້ຂອງ​ບັນດາ​ອົງການ, ສຳນັກງານ, ສ່ວນ​ບຸກຄົນ ກ່ຽວ​ກັບ​ຮ່າ​ງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ດ້ວຍ​ການ​ຈັດ​ຕັ້ງກອງປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ  28.000 ຄັ້ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ປະທານ​ຄະນະ​ກຳມະການ​ປັບປຸງລັດຖະທຳ​ມະນູນ​ປີ 1992, ຊີ້​ແຈ້ງວ່າ: ​ເລື່ອງ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໃນ​​ໄລຍະ​ແຕ່​ເດືອນ 01 – 03/2013 ​ໄດ້ກາຍ​ເປັນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງຢ່າງ​ກ້ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ ​ແລະ ​ໃນ​ໝູ່ພໍ່​ແມ່​ປະຊາຊົນ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນ​ັ້ນໜັກ​ວ່າ: ​ເລື່ອງ​ລວມລວມ, ຄົ້ນ​ຄ້ວາ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ຈະ​ໄດ​້ຮັບ​ການ​ປະຕິບັດ​ຢ່າງ​​ເຂັ້ມ​ງວດ​ແຕ່​ຂັ້ນຮາກ​ຖານ ຕະຫຼອດ​ຮ​ອດຄະນະ​ກຳມະການ​ປັບປຸງລັດຖະທຳ​ມະນູນ ປີ 1992 ​ເພື່ອ​​ເຮັດໃຫ້​ຮ່າ​ງລັດຖະທຳ​ມະນູນ​ເມື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ນັ້ນແມ່ນ​ລັດຖະທຳ​ມະນູນ​ມີ​ຄຸນ​ນະພາ​ບສູງ​ສຸດ.

 

ຂ່າວ/ບົດ​ອື່ນ