(vovworld) - ວາລະປະຊຸມຄັ້ງທີ 40 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຄາດວ່າຈະໄຂຂຶ້ນໃນຕອນເຊົ້າວັນທີ 10/8 ແລະ ແກ່ຍາວເຖິງວັນທີ 18/8. ວາລະປະຊຸມຄັ້ງນີ້ ຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ. ຄະນະປະຈຳສະພາແຫ່ງ ຈະໃຫ້ຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍຕ່າງໆຄື: ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນຊີ; ກົດໝາຍວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ); ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ; ກົດໝາຍວ່າດ້ວຍການລົງປະຊາມະຕິ… ບັນດາຮ່າງກົດໝາຍສຳຜັດກັບຂໍ້ມູນຂ່າວ; ກົດໝາຍວ່າດ້ວຍການເຊື່ອຖືສາສະໜາ, ກົດໝາຍວ່າດ້ວຍການປົກປັກຮັກສາ, ເບິ່ງແຍງດູແລ ແລະ ສຶກສາເດັກ (ສະບັບປັບປຸງ) ກໍ່ຈະຖືກພິຈາລະນາໃນວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດຄັ້ງນີ້.