ວາລະໄຂການເຈລະຈາຄັ້ງທີ 2 ກ່ຽວກັບ FTA ລະຫວ່າງຫວຽດນາມ - EU

ວາລະໄຂການເຈລະຈາຄັ້ງທີ 2 ກ່ຽວກັບ FTA ລະຫວ່າງຫວຽດນາມ - EU - ảnh 1
ໄຂການເຈລະຈາ​ຄັ້ງ​ທີ 2 ກ່ຽວ​ກັບ FTA ​ລະ​ຫວ່າງຫວຽດນາມ - EU
(ພາບ: vietnamplus.vn)


(vovworld) -     ວັນ​ທີ 22/01, ​ວາລະ​ໄຂການ​ເຈລະຈາ​ຄັ້ງ​ທີ 2 ກ່ຽວ​ກັບສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (VEFTA) ຢູ່​ນະຄອນຫຼວງ​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ ​ແລະ ຈະ​ແກ່ຍາວ​ຮອດ​ວັນ​ທີ 25/01 ທີ່​ຈະ​ມາ​ເຖິງ. ຄະນະ​ເຈລະຈາ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເຈີ່ນ​ກ໋ວກ​ແຄ໋ງ ​ນຳ​ໜ້າ, ​ເຊິ່ງລວມມີ​ຜູ້​ຕາງ​ໜ້າ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເຂົ້າ​ຮ່ວມ​ການ​ເຈລະຈາຂ​ອງ 12 ກຸ່ມ​ໃນ​ຮອບ​ນີ້. ຫົວໜ້າ​ຄະນະ​ເຈລະຈາ EU ​ໂດຍ​ທ່ານ Mauro Petriccone, ຫົວໜ້າ​ກົມ​ ກົມ​ເອີ​ລົບ​ຕາ​ເວັນ​ອອກ, ອາຊີ ​ແລະ ທະວີບ​ໂອ​ເຊ​ອາ​ນີ ທີ່ຂຶ້ນ​ກັບກົມ​ໃຫຍ່​ການ​ຄ້າ​ຂອງ EU. ວາລະ​ເຈລະ​ຈາ​ລວມມີ​ບັນດາ​ເນື້ອ​ໃນ​ຄື: ການ​ແລກປ່ຽນ​ສິນຄ້າ ​ແລະ ການ​ບໍລິການ, ການ​ລົງທຶນ, ຊັບ​ສິນ​ທາງ​ປັນຍາ, ​ແຮງ​ການ, ສິ່ງ​ແວດ​ລ້ອມ, ຈະ​ປະກອບສ່ວນ​ຍູ້​​ໄວ​ວິວັດ​ການ​ເຈລະຈາ​ FTA ລະຫວ່າງ ຫວຽດນາມ ​ແລະ EU ຄື​ການ​ນຳ 2 ຝ່າຍ​ໄດ້​ຫັນ​ດີເປັນ​ເອກະ​ພາບ​ນຳ​ກັນ.

ຂ່າວ/ບົດ​ອື່ນ