ສົ່ງ​ເສີມ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ແຂວງ​ນິງ​ບິ່ງ ປີ 2020

(VOVWORLD) -ວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິງ ປີ 2020 ເພື່ອແນໃສ່ປະຕິບັດບັນດາມາດຕະການຟື້ນຟູ, ຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນສະພາບການເກີດໂລກລະບາດໂຄວິດ - 19 ແລະ ມຸ່ງໄປສູ່ປີທ່ອງທ່ຽວແຫ່ງຊາດປີ 2021 ຢູ່ ນິງບິ່ງ.
ສົ່ງ​ເສີມ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ແຂວງ​ນິງ​ບິ່ງ ປີ 2020 - ảnh 1ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິງ ປີ 2020 (ພາບ: hanoimoi.com.vn)

ປີ 2019, ແຂວງນິງບິ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວຈຳນວນ 7,5 ລ້ານ ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນຈຳນວນ 1 ລ້ານເທື່ອຄົນ. ເພື່ອບັນລຸໄດ້ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຈຳນວນ 3,5 ລ້ານເທື່ອຄົນໃນປີນີ້, ນັບແຕ່ນີ້ຮອດທ້າຍປີ, ຂະແໜງທ່ອງທ່ຽວແຂວງ ນິງບິງ ຕ້ອງຍູ້ແຮງການດຶງດູດແຂກທ່ອງທ່ຽວພາຍໃນ, ຍູ້ແຮງການກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ແລະ ຈັບອົກຈັບໃຈ. ທ່ານ ບຸ່ຍວັນແມ້ງ, ຮອງຜູ້ອຳນວຍການພະແນກ ທ່ອງທ່ຽວແຂວງນິງບິ່ງ ໃຫ້ຮູ້ວ່າ:

        “ບັນດາສະຖານທີ່ທ່ອງທ່ຽວຕ້ອງຮ່ວມສຳພັນນຳກັນເພື່ອພ້ອມກັນສ້າງຜະລິດຕະພັນທ່ອງທ່ຽວ, ເຮັດແນວໃດເພື່ອບັນດາຜະລິດຕະພັນທີ່ເໝາະສົມກັບແຂກທ່ອງທ່ຽວຫວຽດນາມ. ສິ່ງສຳຄັນທີ່ສຸດແມ່ນຄຸນນະພາບການບໍລິການ ແລະ ເໝາະສົມກັບຄວາມນິຍົມຊົມຊອບຂອງແຂກທ່ອງທ່ຽວ ແລະ ຄວາມຕ້ອງການໃນການບໍລິໂພກອຸປະໂພກຂອງຊາວ ຫວຽດນາມ. “


 

ຕອບກັບ

ຂ່າວ/ບົດ​ອື່ນ