ສົນທິສັນຍາຄ້າຂາຍອາວຸດຂອງສປຊມີຜົນສັກສິດຢ່າງເປັນທາງການ
ພາບປະກອບ:AFP
|
(vovworld)-ພາຍຫລັງການເຈລະຈາຕ່າງໆທີ່ແກ່ຍາວມາເປັນເວລາຫລາຍປີ ດ້ວຍຈຳນວນປະເທດສະມາຊິກຮັບຮອງເອົາໄດ້ລື່ນກາຍ 50 ປະເທດ, ສົນທິສັນຍາ ຄ້າຂາຍອາວຸດສາກົນຂອງ ສປຊ (UNATT) ມີຜົນສັກສິດຢ່າງເປັນທາກງານແຕ່ວັນທີ 24/12 ເປັນຕົ້ນໄປ. ເນື່ອງໃນໂອກາດນີ້ ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ສົ່ງສານເຖິງ 193 ປະເທດສະມາຊິກ ຊົມເຊີຍເລື່ອງ UNATT ມີຜົນສັກສິດຢ່າງເປັນທາງການ ພ້ອມທັງຮຽກຮ້ອງບັນດາປະເທດບໍ່ທັນລົງນາມ ຫລື ບໍ່ທັນໃຫ້ສັດຕະຍາບັນ ມີຂໍ້ຕົກລົງເຂົ້າຮ່ວມສົນທິສັນຍາດັ່ງກ່າວໂດຍໄວ. ສ່ວນ ທ່ານ Zeid Raad al Hussein ຂ້າຫລວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ຖືວ່າ: ເລື່ອງ UNATT ເລີ່ມມີຜົນສັກສິດ ແມ່ນເຫດການເປີດສັງກາດໃຫມ່ກ່ຽວກັບການຮັກສາສິດທິມະນຸດ, ຊ່ວຍໃຫ້ບັນດາປະເທດມີພື້ນຖານໝັ້ນແກ່ນເພື່ອຄວບຄຸມການຄ້າຂາຍອາວຸດທຳມະດາກໍຄືການນຳໃຊ້ອາວຸດ, ບໍ່ປະໃຫ້ບັນດາອາວຸດນີ້ໄດ້ນຳໃຊ້ເຂົ້າໃນການຕ້ານຄືນມະນຸດ.