ສປຊ ຮຽກຮ້ອງຄວາມສາມັກຄີກັບຊາວອົບພະຍົບ
(VOVWORLD) - ໃນປີ 2020, ມີຊາວອົບພະຍົບປະມານ 281 ລ້ານຄົນ, ກວມເອົາ 3,6% ຈຳນວນປະຊາກອນທົ່ວໂລກ ແລະ ທ່ານເລຂາທິການໃຫຍ່ ສປຊ ກໍຖືວ່າ ຊາວອົບພະຍົບສືບຕໍ່ປະເຊີນໜ້າກັບການຈຳແນກການປະພຶດທີ່ນັບມື້ນັບຫຼາຍ ແລະ ຂາດຄວາມຍຸຕິທຳ, ຕ້ານຊາວຕ່າງປະເທດ ແລະ ຈຳແນກເຊື້ອຊາດຜິວພັນ.
(ພາບປະກອບ: THX/TTXVN) |
ໃນສານສະບັບໜຶ່ງທີ່ສົ່ງໄປຍັງທົ່ວໂລກເນື່ອງໃນໂອກາດວັນອົບພະຍົບສາກົນ (ວັນທີ 18 ທັນວາ), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ການສະແດງຄວາມສາມັກຄີກັບຊາວອົບພະຍົບພວມນັບມື້ນັບກາຍເປັນບັນຫາສຳຄັນກວ່າເວລາໃດໝົດ.
ຕາມທ່ານ Antonio Guterres ແລ້ວ, ບັນດາປະເທດໃນໂລກຄວນມີການຮ່ວມມືຢ່າງແໜ້ນແຟ້ນກວ່າ ແລະ ມີວິທີສຳຜັດທີ່ເມດຕາກະລຸນາກວ່າໃນບັນຫາຊາວອົບພະຍົບ. ສິ່ງດັ່ງກ່າວໝາຍຄວາມວ່າ ການຄວບຄຸມຢູ່ເຂດຊາຍແດນຕ້ອງມີມະນຸດສະທຳກວ່າ, ເຄົາລົບສິດທິມະນຸດ ແລະ ຄວາມຕ້ອງການຊ່ວຍເຫຼືອມະນຸດສະທຳຂອງຊາວອົບພະຍົບ, ຮັບປະກັນໃຫ້ເຂົາເຈົ້າໄດ້ຮັບການປົກປ້ອງຕໍ່ໜ້າໂລກລະບາດໂຄວິດ - 19.
ຕາມ ສປຊ ແລ້ວ, ໃນປີ 2020, ມີຊາວອົບພະຍົບປະມານ 281 ລ້ານຄົນ, ກວມເອົາ 3,6% ຈຳນວນປະຊາກອນທົ່ວໂລກ ແລະ ທ່ານເລຂາທິການໃຫຍ່ ສປຊ ກໍຖືວ່າ ຊາວອົບພະຍົບສືບຕໍ່ປະເຊີນໜ້າກັບການຈຳແນກການປະພຶດທີ່ນັບມື້ນັບຫຼາຍ ແລະ ຂາດຄວາມຍຸຕິທຳ, ຕ້ານຊາວຕ່າງປະເທດ ແລະ ຈຳແນກເຊື້ອຊາດຜິວພັນ.