ສື່ມວນຊົນ ການາດາໃຫ້ຂ່າວຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີ Trudeau

(VOVWORLD) - ກ່ຽວກັບ ການພົວພັນ 2 ຝ່າຍ ການາດາ - ຫວຽດນາມ, ບົດຂຽນໄດ້ເນັ້ນໜັກວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍຍັງໃຫຍ່ຫຼວງຢູ່


ໃນຊຸມມື້ຜ່ານມາ, ໜັງສືພິມໃຫຍ່ຂອງ ການາດາ ເກືອບທັງໝົດລ້ວນແຕ່ລົງພິມພາບ ແລະ ບົດຂຽນ ກ່ຽວກັບການຢ້ຽມຢາມ ຫວຽດນາມ ທາງການໃນລະຫວ່າງວັນທີ 8 -9 ພະຈິກ ຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau.

        ສື່ເອເລັກໂຕນິກ CBC ໄດລົງພິມບົດຂຽນຂອງ John Paul Tasker ໂດຍຊີ້ແຈ້ງວ່ານີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 2 ຂອງ ທ່ານນາຍົກລັດຖະມົນຕີ ການາດາ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນການທູດດ້ວຍໂຄງການດຳເນີນງານສຸມໃສ່ເຂົ້າໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມື, ເປັນຕົ້ນແມ່ນກ່ຽວກັບການຄ້າ. ກ່ຽວກັບ ການພົວພັນ 2 ຝ່າຍ ການາດາ - ຫວຽດນາມ, ບົດຂຽນໄດ້ເນັ້ນໜັກວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍຍັງໃຫຍ່ຫຼວງຢູ່. ໃນຂະນະນັ້ນ, ບົດຂຽນໃນສື່ເອເລັກໂຕນິກ Canadian Press ຂອງນັກຂ່າວ Andy Blatchford ແລະ ຫຼັງຈາກນັ້ນແມ່ນສື່ເອເລັກໂຕນິກ “Global and Mail” ໄດ້ເນັ້ນໜັກເຖິງຄວາມໝາຍຂອງການປະຕິບັດງານ ອາຊີ ຂອງທ່ານນາຍົກລັດຖະມົນຕີ Trudeau ໃນການເພີ່ມທະວີການພົວພັນກັບພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ