ສື່ມວນ​ຊົນ ຍີ​່​ປຸ່ນ ໃຫ້​ຂ່າວ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Suga Yoshihide

(VOVWORLD) -ຄາດວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 ຫາວັນທີ 19 ຕຸລາ ຈະມາເຖິງ.
ສື່ມວນ​ຊົນ ຍີ​່​ປຸ່ນ ໃຫ້​ຂ່າວ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Suga Yoshihide - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide (ພາບ: REUTERS) 

ວັນທີ 13 ຕຸລາ, ສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບເລື່ອງ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຈະມາຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ ໃນຮອບເວລາ 4 ວັນນັບແຕ່ວັນທີ 18 ຕຸລາ, ໃນນັ້ນ ຄາດວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 ຫາວັນທີ 19 ຕຸລາ ຈະມາເຖິງ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ນັບແຕ່ເມື່ອຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນວັນທີ 16 ກັນຍາ ຜ່ານມາ. ທ່ານ Suga Yoshihide ໃຫ້ຂໍ້ສັງເກດວ່າ ບາງປະເທດ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນ ຫວຽດນາມ ແມ່ນປະເທດຄວບຄຸມສະພາບການໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ສະນັ້ນ ໄດ້ເລືອກເອົາ ຫວຽດນາມ ແມ່ນປະເທດໄປຢ້ຽມຢາມທຳອິດ ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍກັບ ຫວຽດນາມ, ພ້ອມທັງຊຸກຍູ້ການພົວພັນລະຫວ່າງ ຍີ່ປຸ່ນ ກັບບັນດາປະເທດ ອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ໂດຍສະເພາະແມ່ນໃນສະພາບການທີ່ ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ຢູ່ ເຂດທະເລຕາເວັນອອກນັບມື້ນັບເພີ່ມຂຶ້ນ.

        ບຸ່ຍຮຸ່ງ - ນັກຂ່າວ VOV ປະຈຳ ຍີ່ປຸ່ນ


ຕອບກັບ

ຂ່າວ/ບົດ​ອື່ນ