ສະ​ຖານ​ທູດ ຫວ​ຽດ​ນາມ​ປະ​ຈຳ ລັດ​ເຊ​ຍ​ຊຸກ​ຍູ້​ການ​ພົວ​ພັນ​ກັບ ສ.Kalmykia

(VOVWORLD) -ທີ່ການເຮັດວຽກໃນຕອນຄ່ຳວັນທີ 7 ຕຸລາ ກັບທ່ານປະທານາທິບໍດີ Batu Khasikov, ທ່ານ ເອກອັກຄະລັດຖະທູດ ໂງດຶກແມ້ງ ໃຫ້ຮູ້ວ່າ ເປົ້າໝາຍຂອງຄະນະປະຕິບັດງານແມ່ນຊອກຮູ້ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ Kalmykia, ບັນດາຈຸດທີ່ຄ້າຍຄືກັນ ແລະ ໜູນຊ່ວຍກັນລະຫວ່າງ ຫວຽດນາມ ແລະ Kalmykia
ສະ​ຖານ​ທູດ ຫວ​ຽດ​ນາມ​ປະ​ຈຳ ລັດ​ເຊ​ຍ​ຊຸກ​ຍູ້​ການ​ພົວ​ພັນ​ກັບ ສ.Kalmykia - ảnh 1ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ແລະ ທ່ານ Batu Khasikov ປະທານາທິບໍດີປະເທດ ສ. Kalmykia (ພາບ: TTXVN)

ໃນລະຫວ່າງວັນທີ 7 – 9 ຕຸລາ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ພ້ອມກັບຄະນະປະຕິບັດງານສະຖານທູດ ຫວຽດນາມ ປະຈຳລັດເຊຍ ໄດ້ໄປປະຕິບັດງານຢູ່ ປະເທດ ສ. Kalmykia ໂດຍເປັນປະເທດສາທາລະນະລັດປົກຄອງໂດຍຕົວເອງ, ແມ່ນສ່ວນໜຶ່ງຂອງ ສະຫະພັນ ລັດເຊຍ, ຕາມຄຳເຊື້ອເຊີນຂອງ ທ່ານ Batu Khasikov ປະທານາທິບໍດີຄົນໃໝ່ ເຊິ່ງຫາກໍ່ຮັບດຳລົງຕຳແໜ່ງໃນກາງເດືອນກັນຍານີ້.

        ທີ່ການເຮັດວຽກໃນຕອນຄ່ຳວັນທີ 7 ຕຸລາ ກັບທ່ານປະທານາທິບໍດີ Batu Khasikov, ທ່ານ ເອກອັກຄະລັດຖະທູດ ໂງດຶກແມ້ງ ໃຫ້ຮູ້ວ່າ ເປົ້າໝາຍຂອງຄະນະປະຕິບັດງານແມ່ນຊອກຮູ້ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ Kalmykia, ບັນດາຈຸດທີ່ຄ້າຍຄືກັນ ແລະ ໜູນຊ່ວຍກັນລະຫວ່າງ ຫວຽດນາມ ແລະ Kalmykia, ຈາກນັ້ນອາດຈະສ້າງການພົວພັນຮ່ວມມືໃນທຸກໆຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສ່ວນທ່ານ ປະທານາທິບໍດີ Batu Khasikov ໄດ້ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະໝູນໃຊ້ທ່າແຮງຈາກທີ່ຕັ້ງພູມີປະເທດຂອງ ສ.Kalmykia ໃນການສົ່ງຕໍ່ສິນຄ້າຈາກເອີລົບໄປຍັງບັນດາປະເທດ ອາຊີ ແລະ ກົງກັນຂ້າມ. ທີ່ການເຮັດວຽກ, ທ່ານກໍ່ສະແດງຄວາມປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້, ເພື່ອຊອກຮູ້ໂດຍກົງກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ໂອກາດພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ຢ່າງໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ