ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ຈັດ​ການ​ພົບ​ປະ​ແລກ​ປ່ຽນ ລະ​ຫວ່າງ​ແມ່​ຍິງ​ ອາ​ຊຽນ

(VOVWORLD) -  ວັນທີ 28 ມີນາ, ສະຖານທູດ ຫວຽດນາມ ປະຈຳ ປັກກີ່ງ, ຈີນ ໄດ້ຈັດຕັ້ງການພົບປະແລກປ່ຽນງານລ້ຽງນ້ຳຊາລະຫວ່າງ ແມ່ຍິງອາຊຽນ(ALC) ຢູ່ປັກກີ່ງ.
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ຈັດ​ການ​ພົບ​ປະ​ແລກ​ປ່ຽນ ລະ​ຫວ່າງ​ແມ່​ຍິງ​ ອາ​ຊຽນ - ảnh 1 ທ່ານ ດັ້ງມີງໂຄຍ ເອກອັກຄະລັດຖະທູດ ຫວຽດນາມ.

ໃນບົດກ່າວປາໄສທີ່ການພົບປະ, ທ່ານ ດັ້ງມີງໂຄຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ສະແດງຄວາມ ປິຕິຊົມຊື່ນເມື່ອໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ, ບັນດາຜູ້ຕາງໜ້າການທູດເພດຍິງຂອງ ອາຊຽນ, ພັນລະຍາຂອງບັນດາເອກອັກຄະລັດຖະທູດ ອາຊຽນປະຈຳປັກກີ່ງ. ທ່ານ ດັ້ງມີງໂຄຍ ເນັ້ນໜັກວ່າ, ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນປະຊາຄົມ, ໃນໄລຍະຜ່ານມາບັນດາສະຖານທູດອາຊຽນປະຈຳ ປັກກິ່ງ ໄດ້ຮັກສາບັນດາລາຍການພົບປະແລກປ່ຽນເປັນປະຈຳ. ໃນນັ້ນມີອົງການຈັດຕັ້ງງານລ້ຽງນ້ຳຊາຂອງແມ່ຍິງ ອາຊຽນ, ເພື່ອແບ່ງປັນ ນຳກັນກ່ຽວກັບບັນດາຄຸນຄ່າທາງດ້ານວັດທະນາທຳ, ອາຫານການກິນ ຂອງປະເທດຕົນ. ນີ້ກໍ່ແມ່ນ “style Asean” ເພື່ອຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງແມ່ຍິງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ