ສະພາຄວາມໝັນຄົງສະຫະປະຊາຊາດຈະປ່ອນບັດໃຫ້ຮ່າງມະຕິສົ່ງນັກ ສັງເກດການທະຫານເຖິງຊີຣີ

ສະພາຄວາມໝັນຄົງສະຫະປະຊາຊາດຈະປ່ອນບັດໃຫ້ຮ່າງມະຕິສົ່ງນັກ ສັງເກດການທະຫານເຖິງຊີຣີ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 14/4, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ​, ສະພາ​ຄວາ​ມໝັນ​ຄົງ​ສະຫະ​ປະຊາ​ຊາດ​ຈະ​ປ່ອນ​ບັດ​ໃຫ້​ຮ່າງ​ມະຕິ​​ເພື່ອ​ແນ​ໃສ່​ມອບ​ສິດ​ໃຫ້​ຖັນ​ແຖວ​ນັກສັງ​ເກດ​ການ​ທະຫານທີ່​ບໍ່​ປະກອບກຳລັງ​ອາວຸດໄປຊີຣີ ກວດກາ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ປະ​ເທດ​ນີ້. ກອ່ນໜ້າ​ນັ້ນ, ວັນ​ທີ 13/04, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດສືບ​ຕໍ່​ມີ​ການປຶກສາ​ຫາລືລັບ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ. ​ແລະກໍ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ໄດ້​ຝາກ​ແຜນຮ່າງທັງ 2 ສະບັບ​​ເຖິງ​ບັນດາສະ​ມາ​ຊິກ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດເພື່ອພິຈາລະນາກອນ​ທີ່​ຈະ​ປ່ອນ​ບັດ, ​ໃນ​ນັ້ນ,​ ແຜນຮ່າງ 2 ສະບັບ​ລ້ວນ​ແຕ່​ເຫັນ​ດີ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍນັກ​ສັງ​ເກ​ດການທະຫານ 30 ຄົນທີ່ບໍ່​ປະກອບ​ອາວຸດຢູ່​ຊີຣີ. ​

        ​ແລະກໍ​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່ຊີຣີ, ຕອນ​ບ່າຍ​ວັນ​ທີ 13/4, ສຳນັກ​ຂ່າວສານ RIA – Novosti ​ໄດ້​ຢືນຢັນ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໄດ້​ອະນຸມັດ​ຜ່ານຂໍ້​ຕົກລົງ​ສົ່ງກໍ່າ​ປັ່ນ​ສູ້​ຮົບ​ຂອງ​ລັດ​ເຊຍ ​​ເຖິງ​ເຂດ​ທະ​ເລ​ແມ​ເດີ​ເຕີ​ຮາ​ນຽມໃກ້​ກັບ​ຝັ່ງ​ທະ​ເລ​ຊີຣີ.

ຂ່າວ/ບົດ​ອື່ນ