(vovworld) - ຄວາມໝັ້ນຄົງຢູ່ອາບການິສະຖານ ຍາມໃດກໍ່ແມ່ນບັນຫາທີ່ກໍ່ຄວາມວິຕົກກັງວົນໃຫ້ແກ່ປະຊາຄົມໂລກ, ນັບທັງເວລາທີ່ທະຫານອາເມລິກາ ແລະ ກຳລັງໜູນຊ່ວຍຄວາມໝັ້ນຄົງສາກົນ (ISAF) ພວມມີໜ້າຢູ່ປະເທດນີ້. ເມື່ອກຳລັງທະຫານປະສົມຂອງ NATO ຄາດວ່າຈະຖອນອອກຈາກອາບການິສະຖານໃນປີ 2014, ສະພາບການຢູ່ປະເທດນີ້ຈະຄືແນວໃດ? ໃນຂະນະທີ່ໄລຍະມໍ່ໆມານີ້, ບັນດາເຫດວາງລະເບີດ, ບຸກໂຈມຕີກໍ່ການຮ້າຍຂອງທະຫານແຕກທັບ Taliban, ແລະ ພວກກໍ່ການຮ້າຍ Ak-Qaeda ນັບມື້ນັບເພີ່ມຂຶ້ນ ນັບທັງດ້ານຈຳນວນ ແລະ ຂອບຂະໜາດ, ອັນໄດ້ກໍ່ຄວາມເສຍຫາຍພໍສົມຄວນໃຫ້ແກ່ປະຊາຊົນປະເທດນີ້.
ວັນທີ 8/10, ກຸ່ມຄົ້ນຄ້ວາກໍ່ການຮ້າຍສາກົນ (ICG) ໄດ້ປະກາດບົດລາຍງານທີ່ມີຫົວຂໍ້ວ່າ: ”ອາບການິສະຖານ: ຄວາມຫຍຸ້ງຍາກອັນຍາວນານເຖິງໄລຍະຂ້າມຜ່ານ 2014” ກຸ່ມດັ່ງກ່າວໄດ້ໃຫ້ຂໍ້ສັງເກດວ່າ, ລັດຖະບານ Kabul ມີໄພລົ້ມລະລາຍພາຍຫຼັງທີ່ NATO ຖອນກຳລັງທະຫານອອກຈາກປະເທດນີ້ໃນປີ 2014, ພິເສດເມື່ອມີການສໍ້ໂກງໃນການເລືອກຕັ້ງປະທານາທິບໍດີ ເຊິ່ງຄາດວ່າຈະດຳເນີນໃນປີດຽວກັນ. ກ່ອນໜ້ານັ້ນ, ວັນທີ 7/10, ສຸນຄົ້ນຄ້ວາສາກົນ Carnegie ກໍ່ໄດ້ກ່າວເຕືອນວ່າ, ພາຍຫຼັງປີ 2014, Taliban ຈະກຳອຳນາດຄືນໃໝ່ຢູ່ອາບການິສະຖານ.
ບັນດາມືປືນຂອງກຳລັງTaliban ຢູ່ Afghanistan
(ພາບ: Telegraph)
ກ່ຽວກັບສະພາບຄວາມສະຫງົບຢູ່ປະເທດນີ້, ວັນທີ 8/10, ໃນເຫດວາງລະເບີດໃສ່ລົດໃຫຍ່ຢູ່ແຂວງ Helmand Fareet Ahmed, ທາງພາກໃຕ້ອາບການິສະຖານ ນັ້ນໄດ້ເຮັດໃຫ້ນາຍທະຫານສືບລາຊະການລັບ ອາບການິສະຖານ 2 ຄົນເສຍຊີວິດ ແລະ ອີກ 7 ຄົນຖືກບາດເຈບ. ກ່ອນໜ້ານັ້ນ, ໃນເຫດວາງລະເບີດສະຫຼະຊີບທີ່ເລັ່ງໃສ່ຄະນະລາດຕະເວນຮ່ວມຂອງ NATO ແລະ ອາບການິສະຖານ ຢູ່ນະຄອນ Khost ທາງທິດຕາເວັນອອກຂອງອາບການິສະຖານ ໄດ້ເຮັດໃຫ້ 13 ຄົນເສຍຊີວິດ (ໃນນັ້ນທະຫານ NATO ມີ 3 ຄົນ, ທະຫານອາບການິສະຖານມີ 4 ຄົນ) ແລະ 40 ຄົນຖືກບາດເຈັບ, ອັນໄດ້ເຮັດໃຫ້ຈຳນວນທະຫານອາເມລິກາ ທີ່ຖືກເສຍຊີວິດຢູ່ສະໜາມຮົບອັນດຸເດືອດນີ້ ຂຶ້ນເຖິງ 2.000 ຄົນ. ນອກຈາກການບຸກໂຈມຕີຂອງທະຫານແຕກທັບ, ທະຫານອາເມລິກາເວົ້າສະເພາະ ແລະ ກຳລັງທະຫານປະສົມຢູ່ອາບການິສະຖານເວົ້າລວມແລ້ວ, ປະເທດນີ້ຍັງຕ້ອງປະເຊີນໜ້າກັບ ”ການບຸກໂຈມຕີພາຍໃນ” ອີກ, ໝາຍຄວາມວ່າບັນດາສະມາຊິກຂອງກຳລັງປ້ອງກັນຄວາມສະຫງົບອາບການິສະຖານ ຄືທະຫານ ແລະ ຕຳຫຼວດ ໄດ້ດຳເນີນການບຸກໂຈມຕີໃສ່ທະຫານອາເມລິກາ ແລະ ກຳລັງທະຫານປະສົມ. ຕາມຕົວເລກສະຖິຕິແລ້ວ, ນັບແຕ່ເກີດສົງຄາມ (ແຕ່ວັນທີ 7/10/2001) ມາຮອດປະຈຸບັນ ໄດ້ມີທະຫານອາເມລິກາ ກວ່າ 2.000 ຄົນ ແລະ ທະຫານປະເທດຕ່າງທີ່ເຂົ້າຮ່ວມກຳລັງທະຫານປະສົມຢູ່ອາບການິສະຖານ 1.190 ຄົນເສຍຊີວິດ. ຕາມສະຫະປະຊາຊາດແລ້ວ, ນັບແຕ່ປີ 2007 ເຖິງໝົດເດືອນ 8/2012, ໄດ້ມີສາມັນຊົນອາບການິສະຖານ 13.431 ຄົນເສຍຊີວິດໃນປະເທດຂອງຕົນ. ຖ້າຫາກຄິດໄລ່ແຕ່ເວລາອາເມລິການຳທະຫານເຂົ້າກໍ່ສົງຄາມຢູ່ປະເທດນີ້, ຈຳນວນຊາວອາບການິສະຖານ ຖືກເສຍຊີວິດໄດ້ຂຶ້ນເຖິງ 20.000 ຄົນ. ແຕ່ຄວາມຈິງຍັງມືດມົວກວ່າຫຼາຍ ເມື່ອທຽບໃສ່ບັນດາຕົວເລກທີ່ໄດ້ປະກາດ. ເຖິງວ່າໄດ້ຜັນຂະຫຍາຍກຳລັງທະຫານກວ່າ 130.000 ຄົນໃນທົ່ວປະເທດອາບການິສະຖານແລ້ວກໍ່ຕາມ, ແຕ່ NATO ບໍ່ສາມາດຢຸດຕິການລຸກຮຶ້ຂຶ້ນຂອງກຳລັງ Talibanໄດ້ເທື່ອ, ນີ້ແມ່ນການປະລາໄຊກ່ຽວກັບຍຸດທະສາດຂອງ NATO ໂດຍອາເມລິການຳໜ້າ ຢູ່ອາບການິສະຖານ.
ກ່ຽວກັບທາງດ້ານເສດຖະກິດ - ສັງຄົມ, ອາບການິສະຖານພວມກ້າວໄປເຖິງໄລຍະດຳເນີນການເລືອກຕັ້ງຄັ້ງໃໝ່ ພາຍຫຼັງການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດທີ່ກໍ່ຄວາມໂຕ້ຖຽງກັນຫຼາຍເມື່ອປີ 2009 ແລະ 2010. ແຕ່ແທນທີ່ຈະຊອກຫາວິທີເຮັດໃຫ້ປະຊາຊົນເຊື່ອໝັ້ນຕໍ່ລະບົບການເມືອງເພື່ອສ້າງສະຖຽນລະພາບໃນໄລຍະຍາວ, ປະທານາ ທິບໍດີ Hamid Karzai ແລະ ຄະນະລັດຖະບານຂອງທ່ານພັດຊອກຫາວິທີສ້າງພັນທະມິດຊົ່ວຄາວ ເພື່ອຮັກສາສິດອຳນາດ, ສິ່ງດັ່ງກ່າວຈະກໍ່ໃຫ້ເກີດການຕໍ່ສູ້ດ້ານການເມືອງ ເຊິ່ງອາດຈະກາຍເປັນການໃຊ້ຄວາມຮຸນແຮງພາຍຫຼັງທີ່ NATO ຖອນອອກຈາກປະເທດນີ້.
ສຳຫຼັບຊາວອາບການິສະຖານ, ກວ່າ 10 ປີ ນັບແຕ່ອາເມລິກາ ແລະ ຝ່າຍຕາເວັນຕົກດຳເນີນການບຸກໂຈມຕີ ເພື່ອໂຄ່ນລົ້ມລະບອບ Taliban ຢູ່ອາບການິສະຖານນັ້ນ, ຊີວິດຂອງເຂົາເຈົ້ານັບມື້ນັບຊົ່ວຮ້າຍລົງ. ຄວາມຈິງທີ່ໜ້າໂສກເສົ້ານັ້ນແມ່ນ, ອາບການິສະຖານພວມກາຍເປັນສູນຜະລິດ, ແຈກຢາຍ ແລະ ຈຳໜ່າຍຢາເສບຕິດຂອງໂລກ. ສົງຄາມ, ການປະທະກັນ ໄດ້ເຮັດໃຫ້ປະເທດນີ້ຖືກຊຸດໂຊມ. ຄາດວ່າ, ປະຈຸບັນ, ອາບການິສະຖານຕ້ອງການເງິນປະມານ 10 ຕຶ້ USD ຈຶ່ງປະຕິບັດສຳເລັດຂະບວນວິວັດແຫ່ງການກໍ່ສ້າງປະເທດໄດ້.
ສົງຄາມຢູ່ອາບການິສະຖານ ເກືອບຄືວ່າບໍ່ສາມາດຢຸດຕິລົງໄດ້. ແຕ່ການນຳ NATO ພັດບໍ່ຍອມຮັບສິ່ງດັ່ງກ່າວ ຫາກຖືວ່າກຳລັງທະຫານອາບການິສະຖານຍັງມີຄວາມໝັ້ນຄົງເຂັ້ມແຂງຢູ່ ເພື່ອສາມາດຕ້ານຄືນການລຸກຮຶ້ຂຶ້ນຕ່າງໆຂອງ Taliban. ຫາງສຽງຖືວ່າ, ຄວາມຫວັງກໍ່ສ້າງພື້ນຖານປະຊາທິປະໄຕຢູ່ປະເທດນີ້ແມ່ນຍາກທີ່ຈະປະຕິບັດໄດ້. ສິ່ງທີ່ເຂົາເຈົ້າເຫັນໄດ້ຢ່າງຈະແຈ້ງ, ນັ້ນແມ່ນຊີວິດຂອງປະຊາຊົນອາບການິສະຖານ ນັບມື້ນັບຊົ່ວຮ້າຍລົງ ພ້ອມກັບໄພພິບັດ ແລະ ຄວາມຢ້ານກົວ.